• Health and Safety
  • Development Works
  • CSR and HR Development
  • ChairytGolf2025

    GolfPamphletEng2025 En Page 1

    GolfPamphletEng2025 En Page 2

       ໃນຕອນບ່າຍຂອງວັນທີ 17 ທັນວາ 2024, ທີ່ບ້ານນໍ້າສະນາມ, ເມືອງຄູນຄໍາ, ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງປູຢາງອາສະຟານ (Asphalt) ຈາກບ້ານນ້ຳສະນາມ ຫາ ບ້ານນາຂາມ, ເມືອງຄູນຄຳ, ແຂວງຄຳມ່ວນ ໃຫ້ກຽດມອບໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍທ່ານ ແກ້ວບຸນຂວັນ ໄຊຍະວົງສາ ໂດຍມີການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງແຂວງຄຳມ່ວນ ພ້ອມດ້ວຍການນຳ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງຄູນຄຳ, ຄະນະອຳນວຍການບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ອົງການປົກຄອງບ້ານນໍ້າສະນາມ.

      ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ກ່າວວ່າ: “ໂຄງການການກໍ່ສ້າງເສັ້ນທາງປູຢາງດັ່ງກ່າວແມ່ນໄດ້ເລີ່ມແຕ່ຕົ້ນເດືອນເມສາ 2024 ເປັນຕົ້ນມາ ແຕ່ໄດ້ໂຈະການກໍ່ສ້າງໃນຊ່ວງລະດູຝົນຜ່ານມາເນື່ງຈາກວ່າມີຝົນຕົກຫຼາຍເຮັດສະພາບພື້ນທີ່ບໍ່ອຳນວຍຄວາມສະດວກໃນການກໍ່ສ້າງ. ບໍລິສັດຜູ້ຮັບເໝົາໄດ້ກັບມາສືບຕໍ່ການກໍ່ສ້າງໄລຍະທີສອງຊ່ວງກາງເດືອນຕຸລາ, ແລະ ໄດ້ສຳເລັດ ຮ້ອຍເປີເຊັນໃນຕົ້ນເດືອນທັນວາ 2024 ໂດຍຜ່ານການຕິດຕາມກວດກາ ແລະ ຢັ້ງຢືນຈາກຄະນະກໍາມະການຮັບຜິດຊອບກໍ່ສ້າງເສັ້ນທາງດັາກ່າວ. ການກໍ່ສ້າງເສັ້ນທາງນີ່ມີຄວາມຍາວທັງໝົດ 1,940 ແມັດ, ເປັນເສັ້ນທາງປູຢາງ ອາສະຟານສອງຊັ້ນ, ໜ້າທາງກວ້າງ 6 ແມັດ, ມີຈຸດວາງທໍ່ລະບາຍນ້ຳລອດທາງ 1 ຈຸດ, ມີຈຸດເທເບ່ຕົ່ງຍາວ 100 ແມັດ, ມູນຄ່າການກໍ່ສ້າງທັງໝົດ 3,070,956,970 ກີບ (ສາມຕື້ ເຈັດສິບລ້ານ ເກົ້າແສນ ຫ້າສິບຫົກພັນ ເກົ້າຮ້ອຍເຈັດສິບກີບ) ຊຶ່ງເປັນງົບປະມານຊ່ວຍເຫຼືອລ້າຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.WhatsApp Image 2024 11 20 at 084600

      ທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເຈົ້າເມືອງ ເມືອງຄູນຄໍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຜູ້ບໍລິຫານຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ຈັດສັນສະໜອງງົບປະມານກໍ່ສ້າງປັບປຸງເສັ້ນທາງປູຢາງດັ່ງກ່າວ ຊຶ່ງເປັນຄວາມຫວັງຂອງພາກລັດ ແລະ ພໍ່ແມ່ປະຊາຊົນມາແຕ່ດົນນານ. ຕະຫຼອດຫຼາຍປີຜ່ານມາ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນຄູ່ຮ່ວມພັດທະນາທີ່ໃກ້ຊິດຕິດແທດກັບເມືອງຄູນຄຳເປັນຢ່າງດີ, ຍາມໃດກໍ່ໃຫ້ຄວາມຊ່ວຍເຫຼືອເມືອງຄູນຄຳບໍ່ວ່າຈະເປັນການປັບປຸງຊີວິດການເປັນຜູ່ຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ, ວຽກງານສຶກສາ-ສາທາ, ການພັດທະນາພື້ນຖານໂຄງລ່າງ, ການຊ່ວຍເຫຼືອໃນການຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ອື່ນໆ. ຊຶ່ງທັງໝົດນີ້ ເປັນການປະກອບສ່ວນອັນຍິ່ງໃຫຍ່ໃຫ້ແກ່ເມືອງຄູນຄຳຂອງພວກເຮົາ ແລະ ໄດ້ເຮັດໃຫ້ເສດຖະກິດຂອງເມືອງຄູນຄຳມີການພັດທະນາຂຶ້ນໄປເທື່ອລະກ້າວ.

    ຕອນທ້າຍພິທີ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງ ແຂວງຄຳມ່ວນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ເມືອງຄູນຄຳ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີ​ຄວາມເປັນເຈົ້າການໃນການຄຸ້ມ​ຄອງ, ປົກປັກຮັກສາເສັ້ນ​ທາງແຫ່ງນີ້ ໂດຍ​ສະ​ເພາະ​ແມ່ນ​ພະ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ແຂວງ, ຫ້ອງການ ຍທຂ ເມືອງ ໃຫ້​ມີ​ການ​ຕິດ​ຕາມ, ກວດ​ກາ ແລະ ບຳ​ລຸງ​ຮັກ​ສາ​ເປັນ​ປົກ​ກະ​ຕິຮັກສາເສັ້ນທາງດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດແກ່ຊຸມຊົນ ແລະ ເພື່ອໃຫ້ນຳໃຊ້ໄດ້ຍາວນານ. ອົງການປົກຄອງບ້ານຕ້ອງເອົາໃຈໃສ່ສຶກສາອົບຮົມ ແລະ ເຜີຍແຜ່ຄວາມສ່ຽງທີ່ຈະເກີດອຸປະຕິເຫດຈາກການນຳໃຊ້ເສັ້ນທາງ ໃຫ້ແກ່ປະຊາຊົນ ແລະ ລູກຫຼານພາຍໃນບ້ານໄດ້ຮັບຮູ້, ເຂົ້າໃຈ ແລະ ຂັບຂີ່ດ້ວຍຄວາມຮັບຜິດຊອບສູງ.

    ຕອນເຊົ້າຂອງວັນທີ 06 ພະຈິກ 2024 ຢູ່ທີ່ບ້ານໄຊບົວທອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ແກ່ນ້ອງນັກຮຽນໂຮງຮຽນປະຖົມ ແລະ ປະຊາຊົນບ້ານໄຊບົວທອງ. ທ່ານ ແສງອາລຸນ ພວງສະຫວ່າງ, ຫົວໜ້າທີມປະສານງານລັດຖະບານ ຕາງໜ້າຜູ້ບໍລິຫານຂອງບໍລິສັດ ໄດ້ມອບເຄື່ອງດັ່ງກ່າວໃຫ້ແກ່ທ່ານ ບົງແພງ ໄຊຍະພອນ, ນາຍບ້ານໄຊບົວທອງ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງຕາງໜ້າຫ້ອງວ່າການປົກຄອງເມືອງວຽງທອງ, ຫ້ອງການສຶກສາທິການ ແລະ ກິລາເມືອງວຽງທອງ, ອຳນວຍການໂຮງຮຽນປະຖົມສົມບູນ,ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ, ນ້ອງນັກຮຽນ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ. ບັນດາເຄື່ອງຊ່ວຍເຫຼືອທີ່ນຳມາມອບໃຫ້ແກ່ໂຮງຮຽນ ກໍ່ຄືນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນບ້ານ ໄຊບົວທອງ ຄັ້ງນີ້ປະກອບມີ: ຄອມພິວເຕີຕັ້ງໂຕະ 01 ຊຸດ, ເຄື່ອງພິມເອກະສານ 01 ເຄື່ອງ, ປຶ້ມຕຳລາຮຽນຂອງຊັ້ນປໍ 1 ຮອດຊັ້ນ ປໍ 5 ຈຳນວນ 30WhatsApp Image 2024 11 07 at 131016 e8dd3ba7

    ຊຸດ, ປຶ້ມຂຽນ 350 ຫົວ, ບິກຂຽນ 200 ກ້ານ, ສໍດຳ 132 ກ້ານ, ຢາງລຶບ 96 ກ້ອນ, ໂຮງແຫຼມສໍ 112 ອັນ, ໄມ້ບັນທັດ 144 ອັນ. ນອກນັ້ນ, ຍັງມີອຸປະກອນກິລາ ແລະ ເຄື່ອງໃຊ້ບາງປະເພດເຊັ່ນ: ໝາກບານເຕະ 02 ໜ່ວຍ, ຕາໜ່າງໂກນ 02 ອັນ, ກະຕໍ້ 02 ໜ່ວຍ, ຕາໜ່າງກະຕໍ້ 01 ອັນ ແລະ ມຸ້ງກາງນອນຈໍານວນ 106 ຜືນ; ລວມມູນຄ່າຄວາມຊ່ວຍເຫຼືອຄັ້ງນີ້ແມ່ນ 30,434,000 ກີບ.

    ແສງອາລຸນ ພວງສະຫວ່າງ, ຫົວໜ້າທີມປະສານງານລັດຖະບານ ໄດ້ໃຫ້ຮູ້ວ່າ: ງົບປະມານທີ່ນຳມາຈັດຊື້ອຸປະກອນ ແລະ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນງົບປະມານສ່ວນຕົວຂອງອ້າຍເອື້ອຍນ້ອງພະນັກງານບໍລິສັດ ເທີນ-ຫີນບູນ ໂດຍສົມທົບກັບງົບປະມານຂອງບໍລິສັດ, ຊຶ່ງກິດຈະກຳດັ່ງກ່າວນີ້ແມ່ນໜຶ່ງໃນບັນດາກິດຈະກຳຊ່ວຍເຫຼືອສັງຄົມຂອງບໍລິສັດ ທີ່ໄດ້ຈັດຂຶ້ນເປັນປະຈຳ ໂດຍບໍລິສັດຈະເລັງໃສ່ເປົ້າໝາຍຢູ່ເຂດຊົນນະບົດ ທີ່ມີຄວາມຂາດເຂີນທາງດ້ານງົບປະມານ ແລະ ບໍມີທ່າແຂກເຂົ້າຫາຄວາມຊ່ວຍເຫຼືອຈາກພາກສ່ວນອື່ນ.

    ທ່ານ ບົວແພງ ໄຊຍະພອນ, ເລຂາໜ່ວຍພັກ, ນາຍບ້ານໄຊບົວທອງ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຜູ້ບໍລິຫານ, ອ້າຍນ້ອງພະນັກງານ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ແກ່ໂຮງຮຽນໃນຄັ້ງນີ້. ທາງອົງການປົກຄອງບ້ານ, ຄະນະອຳນວຍການໂຮງຮຽນ ແລະ ພໍ່ແມ່ປະຊາຊົນບ້ານໄຊບົວທອງ ຂໍຈາລຶກບຸນຄຸນ ແລະ ການຊ່ວຍເຫຼືອຂອງບໍລິສັດຄັ້ງນີ້ໃຫ້ຢູ່ກັບພວກຕະຫຼອດໄປ.  

    ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ກໍ່ຄືສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສຶກສາ ໂດຍສະເພາະແມ່ນແນໃສ່ບັນດາບ້ານຢູ່ເຂດຊົນນະບົດ ແລະ ຢູ່ເຂດຫ່າງໄກສອກລີກ. ນອກຈາກນັ້ນ, ບໍລິສັດຍັງໄດ້ໃຫ້ບຸລິມະສິດແກ່ວຽກງານປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍປະຕິບັດຕາມທິດທາງຂອງບໍລິສັດຄື: ກ້າວໄປສູ່ການເປັນຕົວແບບໃນພັດທະນາໂຄງການໄຟຟ້ານ້ຳຕົກແບບຍືນຍົງ,ເປັນມິດກັບສິ່ງແວດລ້ອມຂອງ ສປປ ລາວ ແລະ ມຸ່ງໝັ້ນກ້າວໄປສູ່ການຄຸ້ມຄອງ ແລະ ການບໍລິຫານຕາມມາດຖານສາກົນ.

    On November 26, 2024, Theun-Hinboun Power Company Limited (THPC) hosted a ceremony at the Holiday Inn & Suites Hotel in Vientiane Capital to mark the successful fulfillment of its social obligations under the Theun-Hinboun Expansion Project. The event was attended by senior leaders from relevant ministries, deputy governors, officials from Bolikhamxay and Khammouane provinces, representatives from Khamkeut, Khounkham, and Hinboun districts (Resettlement and Rehabilitation Committee), financial institution representatives, the Board of Directors, employees of THPC, and other invited guests. 

    IMG 2695

    During the ceremony, Mr. Jyxiong Juevaxaiki, Managing Director of THPC, outlined the key achievements of the expansion project. He noted that the construction of the Theun-Hinboun Expansion Project led to the resettlement of 12 villages along the Nam Nguang River to four new villages in Khamkeut District from 2009 to 2011. Furthermore, 22 villages along the Nam Hai and Nam Hinboun Rivers, as well as one village near the NG Dam’s powerhouse, were relocated to nine newly established villages between 2010 and 2017.

    Since 2007, THPC has worked closely with all levels of government to plan and execute joint activities, investing more than US$120 million in fulfilling its social and environmental obligations, in line with the terms of the license agreement. The social obligations have included a broad spectrum of activities such as: Data collection and asset compensation, Resettlement and infrastructure construction and maintenance, Livelihood rehabilitation programs, Health and education support programs, Assistance to disadvantaged families, Empowerment of women, ethnic groups, and village authorities in resettled areas, facilitating access to sustainable living and livelihood opportunities, improving living conditions, and generating income for affected communities.

    With the successful completion of all social obligations under the license agreement, Mr. Jyxiong reaffirmed THPC’s commitment to implement community development programs beyond the requirement of the license agreement. Since 2018, the company has invested in 334 projects across 33 target villages, with a total budget of 20,560,574,000 kip, as part of its 10-year Social and Environmental Management Plan (SEMPO) during the operational phase.

    In his remarks, Dr. Somsa-art Ounsida, Vice Governor of Khammouane Province, and Mr. Khamhong Panyanouvong, Vice Governor of Bolikhamxay Province, who both serve as Chairs of the Resettlement Committee, congratulated THPC for successfully fulfilling 100% of its social obligations under the license agreement. They encouraged the company to continue its environmental and development work to further improve the socio-economic well-being of local communities.

    During the ceremony, the Ministry of Energy and Mines awarded a ministerial certificate to THPC in recognition of its outstanding implementation of obligations under the license agreement in 2023.

    THPC is committed to being a model for sustainable hydropower development and operation in Laos, ensuring that the benefits of the project are shared with the government, shareholders, and local communities.

    The Lao government and Theun-Hinboun Power Co., Ltd. (THPC) on Thursday, 22 August 2024 signed a Memorandum of Understanding (MOU) to conduct a feasibility study for the development of the Theun-Hinboun Regulating Pond Project in Namsanam village, Khounkham district, Khammouane province. The signing took place at the Ministry of Planning and Investment in Vientiane Capital.THRP MOU Signing

    The MOU was signed by Dr. Sthabandith Insisienmay, Deputy Minister of Planning and Investment, and Mr. Jyxiong Juevaxaiki, Managing Director of THPC. The ceremony was witnessed by Mr. Thongphat Inthavong, Deputy Minister of Energy and Mines; Mr. Manhgneune Khinsamone, Director General of Khammouane Province’s Planning and Investment Department; THPC’s shareholders, Dr. Bounthene Chansamay of EDL-Gen, Mr. Robert Kay of GMS Power International and Mr. Jan Cederwall of Nordic Hydropower AB; along with various other government officials and the company’s senior staffs.

    The feasibility study will assess the potential for constructing a small hydropower plant with an installed capacity of approximately 8 MW at the THPC regulating pond. The project aims to utilize water from THPC’s existing power plant, thereby generating additional electricity which will be supplied through Electricité du Laos (EDL), providing a reliable and consistent energy source to enhance local living standards and support socio-economic development in the province.

    THPC is committed to advancing sustainable and environmentally friendly energy projects, adhering to international standards in project development and operations. The company operates the Theun-Hinboun and Nam Gnouang powerhouses in Khammouane and Borikhamxay provinces, with a combined capacity of 520 MW. THPC engages in activities that benefit both society and the environment across five districts in these provinces, and THPC has significantly contributed to Lao PDR's socio-economic development through foreign currency earnings from electricity production and sales.

    Since beginning electricity generation in 1998, THPC has contributed over USD 795 million to the Lao Government. This includes approximately USD 487.36 million in dividends, USD 150.08 million in profit tax, and USD 125.46 million in royalties.