ເທີນ-ຫີນບູນ ສະເຫຼີມສະຫຼອງວັນປ່ອຍປາແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2025, ອົງການປົກຄອງເມືອງຄູນຄຳ, ອົງການປົກຄອງບ້ານນ້ຳສະນາມ, ຄູນຄຳ, ຄູນແກ້ວ ແລະ ບ້ານນາຂາມ ໄດ້ຮ່ວມກັບບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຈັດພິທີປ່ອຍປາເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ ຢູ່ອ່າງນ້ຳທ້າຍເຮືອນຈັກ ບ້ານນ້ຳສະນາມ, ເມືອງຄູນຄຳ, ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຄູນຄຳ ແລະ ຕາງໜ້າຜູ້ບໍລິຫານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ. ນອກນັ້ນຍັງມີຄະນະນຳເມືອງຄູນຄຳ, ອົງການປົກຄອງ ບ້ານທີ່ກ່ຽວຂ້ອງ ບັນດາແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຄູນຄຳ ໄດ້ກ່າວວ່າ: “ເມືອງຄູນຄຳເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ ແລະ ສັດນ້ຳ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ ແມ່ນໄດ້ອາໃສທຳມະຊາດແຕ່ດົນນານມາຫຼາຍຍຸກສະໄໝ ມາຮອດປະຈຸບັນນີ້ເຫັນວ່າຊັບພະຍາກອນທຳມະຊາດແມ່ນຫຼຸດນ້ອຍຖອຍລົງຍ້ອນຫຼາຍປັດໃຈ. ສະນັ້ນ, ເພື່ອເປັນການເພີ່ມຄວາມອຸດົມສົມບູນ ແລະ ອະນຸລັກຊັບພະຍາກອນ ສັດນ້ຳ ໃຫ້ມີຄວາມຍືນຍົງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄູນຄຳ ໄດ້ສົມທົບກັບບໍລິສັດ
ເທີນ-ຫີນບູນ ຈັດພິທີປ່ອຍປາໃນມື້ນີ້ຂຶ້ນ. ນອກນັ້ນ, ທ່ານເລຂາພັກເມືອງຄູນຄຳ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ປະກອບສ່ວນງົບປະມານໃນການຈັດພິທີປ່ອຍປາໃນຄັ້ງນີ້”.
ທ່ານ ວັນໄຊ ສວນເທບພາໄນ, ຫົວໜ້າພະແນກພັດທະນາແບບຍືນຍົງ ແລະ ປະຕິບັດນິຕິກຳ, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ໃຫ້ຮູ້ວ່າວ່າ: “ພິທີປ່ອຍປາດັ່ງກ່າວເປັນທິດທາງຂອງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ພາຍໃຕ້ການປະສານສົມທົບກັບອົງການປົກຄອງເມືອງຄູນຄຳ ທັງສອງພາກສ່ວນຈຶ່ງໄດ້ຕົກລົງເປັນເຈົ້າພາບຮ່ວມກັນຈັດພິທີປ່ອຍປາໃນມື້ນີ້ຂຶ້ນ ຊຶ່ງແມ່ນໜຶ່ງໃນກິດຈະກຳຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການສົ່ງເສີມສິ່ງແວດລ້ອມຂອງບໍລິສັດ. ກິດຈະກຳດັ່ງກ່າວຈະຈັດປີລະ 01 ຄັ້ງ ໂດຍໝູນວຽນໄປຈັດຢູ່ບັນດາເມືອງເປົ້າໝາຍເຊັ່ນ: ເມືອງຄຳເກີດ, ເມືອງຄູນຄຳ ແລະ ເມືອງຫີນບູນ. ກິດຈະກຳການປ່ອຍປາ ແມ່ນມີຈຸດປະສົງເພື່ອເປັນການເພີ່ມຈຳນວນປະຊາກອນປາ ແລະ ຄວາມອຸດົມສົມບູນໃຫ້ແກ່ລະບົບນິເວດຢູ່ອ່າງນ້ຳທ້າຍເຮືອນຈັກ ກໍ່ຄືຢູ່ສາຍນ້ຳໄຮ ແລະ ເພື່ອໃຫ້ພໍ່ແມ່ປະຊາຊົນມີແຫຼ່ງອາຫານທີ່ຍືນຍົງ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະກອບສ່ວນແນວພັນປາທີ່ນໍາມາປ່ອຍຄັ້ງນີ້ຈຳນວນ 15,000 ໂຕ, ສະໜອງແນວພັນປາໃຫ້ແກ່ພາກສ່ວນອື່ນໆ ເພື່ອສົ່ງເສີມກິດຈະກໍາການປ່ອຍປາ ເຊັ່ນເມືອງຄຳເກີດ ຈຳນວນ 5,000 ໂຕ, ບ້ານຄູນແກ້ວ 5,000 ໂຕ ແລະ ເມືອງຫີນບູນ 5,000 ລວມງົບປະມານທັງໝົດສໍາລັບກິດຈະກໍາປ່ອຍປາໃນປີ 2025 ແມ່ນ 43,650,000 ກີບ.”
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ໃຫ້ຄວາມສຳຄັນແກ່ວຽກງານປົກປັກຮັກສາຊັບພະຍາກອນທຳມະ
ຊາດ ແລະ ສິ່ງແວດລ້ອມ ໂດຍປະຕິບັດຕາມທິດທາງຂອງບໍລິສັດຄື: ກ້າວໄປສູ່ການເປັນຕົວແບບໃນພັດທະນາໂຄງການໄຟຟ້ານ້ຳຕົກແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຂອງ ສປປ ລາວ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະຕິບັດພັນທະໃຫ້ລັດຖະບານຢ່າງຕັ້ງໜ້າ
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະປະຈຳປີ 2024 ໃຫ້ແຂວງບໍລິຄໍາໄຊ ລວມມູນຄ່າທັງ ໝົດຫຼາຍກວ່າ 16 ລ້ານ ໂດລາສະຫະລັດ ແລະ 66 ລ້ານບາດ (ສະກຸນເງິນໄທ), ໃນນັ້ນລວມມີອາກອນກຳໄລປະຈຳປີ 2024 ມູນຄ່າ 14.69 ລ້ານໂດລາສະຫະລັດ ແລະ ຄ່າພາກຫຼວງງວດທີໜຶ່ງ ປະຈໍາປີ 2025 ຈໍານວນ 2.26 ລ້ານໂດລາສະຫະລັດ ແລະ 66.48 ລ້ານບາດ.
ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 04 ເມສາ 2025 ຢູ່ທີ່ ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ປອ ສອນທະນູ ທຳມະວົງ, ເຈົ້າແຂວງແຂວງບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.
ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ “ ໃນຖານະເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ, ບໍລິສັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍັງຄົງຢືນຢັນຢ່າງເຕັມທີ່ໃນການປະຕິບັດພັນທະດ້ານພາສີອາກອນຂອງຕົນຕາມສັນຍາສໍາປະທານ, ລະບຽບກົດໝາຍຂອງ ສປປ ລາວ ແລະ ຫຼັກປະຕິບັດສາກົນທີ່ດີທີ່ສຸດ ເຊີ່ງຕະຫຼອດໄລຍະເວລາ 27 ປີ ຜ່ານມາ ບໍລິສັດ ໄດ້ຕັ້ງໜ້າປະຕິບັດພັນທະຂອງຕົນໄດ້ເປັນຢ່າງຖືກຕ້ອງເປັນປະຈໍາ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊຸມຊົນ ແລະ ຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ”
ໃນພິທີ ທ່ານ ປອ ສອນທະນູ ທຳມະວົງ, ເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງບໍລິຄຳໄຊໃນຄັ້ງນີ້ ຊຶ່ງຈະເປັນປັດໃຈຫຼັກທີ່ຈະເຮັດໃຫ້ແຂວງບໍລິຄຳໄຊບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ.
Charity Golf 2025



Power Companies Host Charity Golf Tournament to Support Rural Schools
The Theun-Hinboun Power Company Limited (THPC) and EDL Generation Public Company (EDL-Ge) have partnered to host a Charity Golf Tournament on January 25, 2025, at the Lao Country Club Golf Course. The event aims to raise funds for improving the infrastructure of schools in rural areas.
The tournament’s opening ceremony was chaired by Dr. Phosay Sayasone, Minister of Energy and Mines, and attended by Bolikhamxay provincial Governor, members of the THPC Board of Directors and management. The event was also graced by various government officials, business leaders, and distinguished guests.
This initiative highlights the companies' ongoing commitment to enhancing educational infrastructure in rural areas of Laos.

At the ceremony, Dr. Phosay Sayasone said that THPC is a leading company in hydropower business operation and having huge contribution in socio-economic development of the country and also emphasized the importance of community support and highlighted the positive impact such events have on local development. He also praised and commended THPC and EDL-Gen for initiating this effort in organizing the charity tournament since 2018 to support the education sector in Laos, particularly in improving the infrastructure of schools in rural areas.
The Charity Golf Tournament is an annual event aimed at raising funds for various charitable causes. The funds raised from the 2024 tournament were allocated to improve infrastructure at the Primary School in Ka Tang Ya Village, Houn District, Oudomxay Province.
This year, 162 golfers participated in the tournament, with each golfer contributing a registration fee of 1,500,000 Kip. This year, 256 million LAK are raised from the golfer registration and from the contribution of the contractors. All proceeds from the event, with no deductions for expenses, will be directed towards enhancing the infrastructure of schools in rural areas.
THPC Build Infrastructure for Local
ໃນຕອນບ່າຍຂອງວັນທີ 17 ທັນວາ 2024, ທີ່ບ້ານນໍ້າສະນາມ, ເມືອງຄູນຄໍາ, ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງປູຢາງອາສະຟານ (Asphalt) ຈາກບ້ານນ້ຳສະນາມ ຫາ ບ້ານນາຂາມ, ເມືອງຄູນຄຳ, ແຂວງຄຳມ່ວນ ໃຫ້ກຽດມອບໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍທ່ານ ແກ້ວບຸນຂວັນ ໄຊຍະວົງສາ ໂດຍມີການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງແຂວງຄຳມ່ວນ ພ້ອມດ້ວຍການນຳ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງຄູນຄຳ, ຄະນະອຳນວຍການບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ອົງການປົກຄອງບ້ານນໍ້າສະນາມ.
ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ກ່າວວ່າ: “ໂຄງການການກໍ່ສ້າງເສັ້ນທາງປູຢາງດັ່ງກ່າວແມ່ນໄດ້ເລີ່ມແຕ່ຕົ້ນເດືອນເມສາ 2024 ເປັນຕົ້ນມາ ແຕ່ໄດ້ໂຈະການກໍ່ສ້າງໃນຊ່ວງລະດູຝົນຜ່ານມາເນື່ງຈາກວ່າມີຝົນຕົກຫຼາຍເຮັດສະພາບພື້ນທີ່ບໍ່ອຳນວຍຄວາມສະດວກໃນການກໍ່ສ້າງ. ບໍລິສັດຜູ້ຮັບເໝົາໄດ້ກັບມາສືບຕໍ່ການກໍ່ສ້າງໄລຍະທີສອງຊ່ວງກາງເດືອນຕຸລາ, ແລະ ໄດ້ສຳເລັດ ຮ້ອຍເປີເຊັນໃນຕົ້ນເດືອນທັນວາ 2024 ໂດຍຜ່ານການຕິດຕາມກວດກາ ແລະ ຢັ້ງຢືນຈາກຄະນະກໍາມະການຮັບຜິດຊອບກໍ່ສ້າງເສັ້ນທາງດັາກ່າວ. ການກໍ່ສ້າງເສັ້ນທາງນີ່ມີຄວາມຍາວທັງໝົດ 1,940 ແມັດ, ເປັນເສັ້ນທາງປູຢາງ ອາສະຟານສອງຊັ້ນ, ໜ້າທາງກວ້າງ 6 ແມັດ, ມີຈຸດວາງທໍ່ລະບາຍນ້ຳລອດທາງ 1 ຈຸດ, ມີຈຸດເທເບ່ຕົ່ງຍາວ 100 ແມັດ, ມູນຄ່າການກໍ່ສ້າງທັງໝົດ 3,070,956,970 ກີບ (ສາມຕື້ ເຈັດສິບລ້ານ ເກົ້າແສນ ຫ້າສິບຫົກພັນ ເກົ້າຮ້ອຍເຈັດສິບກີບ) ຊຶ່ງເປັນງົບປະມານຊ່ວຍເຫຼືອລ້າຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ”.
ທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເຈົ້າເມືອງ ເມືອງຄູນຄໍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຜູ້ບໍລິຫານຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ຈັດສັນສະໜອງງົບປະມານກໍ່ສ້າງປັບປຸງເສັ້ນທາງປູຢາງດັ່ງກ່າວ ຊຶ່ງເປັນຄວາມຫວັງຂອງພາກລັດ ແລະ ພໍ່ແມ່ປະຊາຊົນມາແຕ່ດົນນານ. ຕະຫຼອດຫຼາຍປີຜ່ານມາ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນຄູ່ຮ່ວມພັດທະນາທີ່ໃກ້ຊິດຕິດແທດກັບເມືອງຄູນຄຳເປັນຢ່າງດີ, ຍາມໃດກໍ່ໃຫ້ຄວາມຊ່ວຍເຫຼືອເມືອງຄູນຄຳບໍ່ວ່າຈະເປັນການປັບປຸງຊີວິດການເປັນຜູ່ຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ, ວຽກງານສຶກສາ-ສາທາ, ການພັດທະນາພື້ນຖານໂຄງລ່າງ, ການຊ່ວຍເຫຼືອໃນການຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ອື່ນໆ. ຊຶ່ງທັງໝົດນີ້ ເປັນການປະກອບສ່ວນອັນຍິ່ງໃຫຍ່ໃຫ້ແກ່ເມືອງຄູນຄຳຂອງພວກເຮົາ ແລະ ໄດ້ເຮັດໃຫ້ເສດຖະກິດຂອງເມືອງຄູນຄຳມີການພັດທະນາຂຶ້ນໄປເທື່ອລະກ້າວ.
ຕອນທ້າຍພິທີ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງ ແຂວງຄຳມ່ວນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ເມືອງຄູນຄຳ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມເປັນເຈົ້າການໃນການຄຸ້ມຄອງ, ປົກປັກຮັກສາເສັ້ນທາງແຫ່ງນີ້ ໂດຍສະເພາະແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ຫ້ອງການ ຍທຂ ເມືອງ ໃຫ້ມີການຕິດຕາມ, ກວດກາ ແລະ ບຳລຸງຮັກສາເປັນປົກກະຕິຮັກສາເສັ້ນທາງດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດແກ່ຊຸມຊົນ ແລະ ເພື່ອໃຫ້ນຳໃຊ້ໄດ້ຍາວນານ. ອົງການປົກຄອງບ້ານຕ້ອງເອົາໃຈໃສ່ສຶກສາອົບຮົມ ແລະ ເຜີຍແຜ່ຄວາມສ່ຽງທີ່ຈະເກີດອຸປະຕິເຫດຈາກການນຳໃຊ້ເສັ້ນທາງ ໃຫ້ແກ່ປະຊາຊົນ ແລະ ລູກຫຼານພາຍໃນບ້ານໄດ້ຮັບຮູ້, ເຂົ້າໃຈ ແລະ ຂັບຂີ່ດ້ວຍຄວາມຮັບຜິດຊອບສູງ.
