ເທີນ-ຫີນບູນ ສ້າງຄວາມເຂັ້ມແຂງດ້ານວຽກງານສາທາລະນະສຸກໃຫ້ແກ່ຊຸມຊົນ
ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2026, ອົງການປົກຄອງ ແລະ ຫ້ອງການສາທາລະນະສຸກເມືອງຄູນຄຳ ຮ່ວມກັບ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງຄູນຄຳ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຫ້ອງລັງສີ (X-Ray) ຢູ່ທີ່ໂຮງໝໍເມືອງຄູນຄຳ, ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາປ່ຽນ ມະນີຄໍາ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງຄູນຄຳ ແລະ ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ພ້ອມດ້ວຍຄະນະນຳຂັ້ນສູງຂອງເມືອງຄູນຄຳ, ພະແນກສາທາລະນະສຸກແຂວງຄໍາມ່ວນ, ພະນັກງານແພດໝໍ, ຄະນະຜູ້ບໍລິຫານບໍລິສັດ THPC ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຕາງໜ້າ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫ້ອງລັງສີໃຫ້ໂຮງໝໍເມືອງຄູນຄຳ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 01 ພຶດສະພາ 2026 ແລະ
ສຳເລັດການກໍ່ສ້າງຢ່າງເປັນທາງການໃນວັນທີ 30 ມິຖຸນາ 2026. ໂຄງສ້າງອາຄານເປັນອາຄານຊັ້ນດຽວ, ຂະໜາດ 6x8 ແມັດ, ກໍ່ຝາດ້ວຍດິນຈີ່ ໜາ 20 ຊັງຕີແມັດ ພ້ອມໂບກ ແລະ ທາສີທັງສອງດ້ານ; ພື້ນເບຕົງ; ໂຄງຫຼັກຄາເຫຼັກມຸງດ້ວຍກະເບື້ອງຂອງໄທ; ຕິດຕັ້ງລະບົບໄຟຟ້າ-ນ້ຳປະປາ ແລະ ບານປະຕູປ່ອງຢ້ຽມພາຍໃນອາຄານຢ່າງຄົບຖ້ວນ. ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ 466,567,500 ກີບ (ສີ່ຮ້ອຍຫົກສິບຫົກລ້ານ ຫ້າແສນຫົກສິບເຈັດພັນ ຫ້າຮ້ອຍກີບ).
ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ກ່າວເນັ້ນໜັກວ່າ: ໂຄງການກໍ່ສ້າງຫ້ອງລັງສີດັ່ງກ່າວ ແມ່ນໜຶ່ງໃນໂຄງການຊ່ວຍເຫຼືອລ້າ ພາຍໃຕ້ແຜນງານພັດທະນາສັງຄົມຂອງບໍລິສັດ ໂດຍມີຈຸດປະສົງແນໃສ່ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ໂຮງໝໍຊຸມຊົນເມືອງຄູນຄຳ ໃນການຮັກສາ ແລະ ໃຫ້ບໍລິການດ້ານສາທາລະນະສຸກແກ່ຄົນເຈັບ ບໍ່ວ່າຈະເປັນພໍ່ແມ່ປະຊາຊົນພາຍໃນເມືອງຄູນຄຳ, ຊຸມຊົນອ້ອມຂ້າງ ກໍຄືພະນັກງານຂອງບໍລິສັດ ເທີນ-ຫີນບູນ ໃຫ້ສາມາດເຂົ້າເຖິງການປິ່ນປົວທີ່ທັນສະໄໝ, ໄດ້ມາດຖານ ແລະ ວ່ອງໄວ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ພົມມາລາ ຄານລາຫວັນ, ປະທານຄະນະກຳມະການປົກຄອງເມືອງຄູນຄຳ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຍ້ອງຍໍຊົມເຊີຍມາຍັງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ຍາມໃດກໍເປັນຄູ່ຮ່ວມພັດທະນາທີ່ດີ ແລະ ຍົງຍືນ ດ້ວຍການໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ອົງການປົກຄອງເມືອງ ແລະ ພໍ່ແມ່ປະຊາຊົນເມືອງຄູນຄຳຕະຫຼອດມາ ບໍ່ວ່າຈະເປັນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ເສັ້ນທາງ, ລະບົບນ້ຳສະອາດ, ການສົ່ງເສີມວິຊາຊີບເພື່ອປັບປຸງຊີວິດການເປັນຢູ່, ການພັດທະນາຂະແໜງການສຶກສາ ແລະ ພິເສດແມ່ນການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສາທາລະນະສຸກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງຄູນຄຳໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ.
ທຫບ ຈັດກອງປະຊຸມການບໍລິຫານຈັດການນໍ້າ ແລະ ຝຶກຊ້ອມອົບພະຍົບສຸກເສີນ
ກອງປະຊຸມການບໍລິຫານຈັດການນໍ້າ ແລະ ຝຶກຊ້ອມອົບພະຍົບສຸກເສີນ (ອ່ານຂ່າວ)
THPC Charity Golf Tournament 2026
THPC Charity Golf Tournament 2026 was held on 24 January 2026
More details of the tournament: Click here
THPC Actively Fulfills its Obligations to the Government 2025
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະຕິບັດພັນທະໃຫ້ລັດຖະບານຢ່າງຕັ້ງໜ້າ
Click here: ພິທີມອບພັນທະອາກອນປະຈໍາປີ 2025
Invitation to Tender

