ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ ຄືວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ບໍລິສັດ ເທີນ-ຫີນບູນ ພາວເວີ້ ຈຳກັດ ຮ່ວມກັບປະຊາຊົນບ້ານພູຊາດ ເມືອງ ຄູູນຄຳ ແຂວງຄຳມ່ວນ ໄດ້ຈັດກິດຈະກຳປູກຕົ້ນໄມ້ປະມານ 2000 ກວ່າຕົ້ນ ຢູູ່ພາຍໃນໜູ່ບ້ານຂອງປະຊາຊົນ ເພື່ອໃຫ້ເຫັນເຖິງຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ.

ສຳລັບຕົ້ນໄມ້ທີ່ປູກໃນວັນດັ່ງກ່າວແມ່ນມອບໂດຍ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຫຼື ມີຊື່ຫຍໍ້ວ່າ THPC. ຕົ້ນໄມ້ທີ່ປູກຢູ່ພາຍໃນໝູ່ບ້ານຂອງປະຊາຊົນນັ້ນ ນອກຈາກເຮັດໃຫ້ພາຍໃນບ້ານມີຄວາມສວຍງາມແລ້ວ ບັນດາຕົ້ນໄມ້ດັງກ່າວເຫຼົ່ານັ້ັ້ນ ຍັງເປັນຕົ້ນໄມ້ທີ່ໃຫ້ໝາກສຳລັບປະຊາຊົນພາຍໃນທ້ອງຖິ່ນ ພ້ອມກັນນັ້ນ ຕົ້ນໄມ້ດັ່ງກ່າວ ຍັງຊ່ວຍເພີ່ມຄວາມຮັບຮູ້ໃຫ້ກັບປະຊາຊົນໃຫ້ເຫັນເຖີງຄວາມສຳຄັນຂອງຕົ້ນໄມ້ຕໍ່ສິ່ງແວດລ້ອມ.

ບ້ານພູຊາດເປັນບ້ານທີ່ຕັ້ງຂຶ້ນໃໝ່, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011 ແລະ ເປັນສ່ວນໜຶ່ງຂອງໂຄງການສັງຄົມ ແລະ ສິ່ງສິ່ງແວດລ້ອມຂອງບໍລິສັດ. ມີປະຊາຊົນຈຳນວນ ຫ້າໝູ່ບ້ານໄດ້ຍ້າຍໄປຕັ້ງຖິ່ນຖານຢູ່ສະຖານທີ່ໃໝ່ ຊຶ່ງທາງບໍລິສັດກໍໄດ້ມອບເຮືອນທີ່ດີກວ່າເກົ່າໃຫ້ແກ່ພວກເຂົາ, ສ້າງຖະນົນຫົນທາງ, ໄຟຟ້າ ແລະ ນ້ຳປະປາ ພ້ອມທັງສິ່ງທີ່ອຳນວຍຄວາມສະດວກຕ່າງໆໃຫ້ແກ່ຊຸມຊົນເຊັ່ນວ່າ: ສຸກສາລາ, ໂຮງຮຽນ ແລະ ວັດ. ສະຫຼຸບແລ້ວ 23 ໝູ່ບ້ານທີ່ຢູ່ເຂດນ້ຳຕອນລຸ່ມຂອງໂຄງການເຂື່ອນເທີນ-ຫີນບູນ ແມ່ນຍົກຍ້າຍໄປຍັງຂົງເຂດພື້ນທີ່ຈັດສັນທີ່ປອດໄພຈາກນ້ຳຖວ້ມ.
ສະຖານທີ່ກໍ່ສ້າງໃໝ່ໆທັງໝົດນີ້, ແມ່ນຈະໃຊ້ເວລາພໍສົມຄວນເພື່ອໃຫ້ເບິ່ງເປັນທຳມະຊາດ. ຢູ່ທີ່ບ້ານພູຊາດ ພະນັກງານເມືອງຄູນຄຳ ຮ່ວມກັບຊາວບ້ານ ແລະ ພະນັກງານຂອງບໍລິສັດ ເທີນ-ຫີນບູນ ຮ່ວມກັນປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບ ເຊິ່ງບັນດາຕົ້ນໄມ້ດັ່ງກ່າວແມ່ນຈະເຮັດໃຫ້ບ້ານພູຊາດມີຄວາມຂຽວງາມ ແລະ ໃຫ້ຕົ້ນໄມ້ກິນໝາກປະເພດດັ່ງນີ້ຄື: ໝາກໝີ້, ໝາກມ່ວງ ແລະ ໝາກຕ້ອງ ຊຶ່ງຕົ້ນໄມ້ດັ່ງກ່າວແມ່ນເພື່ອສືບຕໍ່ໃຫ້ລຸ້ນຕໍ່ໆໄປ ນອກນັ້ນຍັງເປັນໝາກໄມ້ເພື່ອສຸຂະພາບ.

ໃນເດືອນມັງກອນ ປີ 2013 ບໍລິສັດເທີນ-ຫີນບູນ ໄດ້ເປີດເຂື່ອນພາກຂະຫຍາຍ ເຊິ່ງສາມາດຜະລິດໄຟຟ້າໄດ້ 500 MW ແລະ ເຮັດໃຫ້ບໍລິສັດ ເທີນ-ຫີນບູນ ເປັນບໍລິສັດ ທີ່ຜະລິດໄຟຟ້າລາຍໃຫຍ່ອັນດັບທີ ສາມ ຢູ່ພາຍໃນສປປ ລາວ. ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການບໍລິສັດ ເທີນ-ຫີນບູນ ໄດ້ເວົ້າວ່າ: ໂຄງການພາກຂະຫຍາຍຂອງບໍລິສັດ ເທີນ-ຫີນບູນນີ້ ບໍ່ພຽງແຕ່ເປັນການສ້າງເສດຖະກິດໃຫ້ກັບຊາດ ແລະ ພ້ອມດຽວກັນນັ້ນ ຍັງນຳຜົນປະໂຫຍດມາສູ່ປະຊາຊົນພາຍໃນທ້ອງຖິ່ນ ແລະ ຍັງເປັນການປົກປັກຮັກສາ ສິ່ງແວດລ້ອມອີກດ້ວຍ.