ປະເທດລາວ, ດິນແດນທີ່ເຕັມໄປດ້ວຍພູເຂົາ, ພູພຽງ, ເຂດຮ່ອມພູ, ປ່າໄມ້ ແລະ ແມ່ນ້ຳ, ເປັນທີ່ຍອມຮັບເປັນເວລາຍາວນານວ່າເປັນປະເທດທີ່ມີທ່າແຮງຫຼາຍສໍາລັບຜະລິດໄຟຟ້ານໍ້າຕົກ. ວຽກງານດ້ານເສດຖະກິດໄດ້ຖືກຂັດຂວາງກົດໜ່ວງໂດຍສົງຄາມເປັນເວລາຫຼາຍປີ ແລະ ຖືກແຍກໃຫ້ໂດດດ່ຽວໃນສະຕະວັດທີຊາວ, ສປປລາວ ໃນປີທີ່ຜ່ານມາໄດ້ເລີ່ມຮັບຮູ້ເຖີງທ່າແຮງນີ້ ແລະ ນໍາໃຊ້ໄຟຟ້ານໍ້າຕົກເພື່ອຊ່ວຍຂັບເຄື່ອນການພັດທະນາຂອງຕົນ.
ໃນປີ 1996 ລັດຖະບານລາວໄດ້ກໍານົດເປົ້າໝາຍການຫຼຸດຜ່ອນຄວາມທຸກຍາກ, ຈຸດປະສົງເພື່ອຫຼຸດພົ້ນອອກຈາກບັນຊີປະເທດດ້ອຍພັດທະນາ ຂອງ ສປຊ ໃນປີ 2020. ຂະແໜງການພະລັງງານໄດ້ຖືກກຳນົດໃຫ້ເປັນບົດບາດໃຈກາງໃນຄວາມມຸ້ງມາດປາຖະໜານີ້, ແລະ ເປັນໜ້າວຽກທີ່ສອດຄ່ອງກັບສອງບູລິມະສິດແຫ່ງຊາດ: ການສົ່ງເສີມທາງດ້ານເສດຖະກິດ ແລະ ສັງຄົມ ໂດຍຜ່ານການສະໜອງພະລັງງານທີ່ເຊື່ອຖືໄດ້ ແລະ ສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ແກ່ປະເທດໂດຍການສົ່ງອອກໄຟຟ້າ.
ການເຂົ້າເຖິງໄຟຟ້າທົ່ວປະເທດລາວໄດ້ເພີ່ມຂຶ້ນຈາກ 16% ໃນປີ 1995 ເຖິງ 77% ໃນປີ 2012. ນັບແຕ່ປີ 2008 ການຂາຍໄຟຟ້າໄດ້ກວມເອົາຫຼາຍກວ່າໜຶ່ງສ່ວນສາມຂອງລະດັບການສົ່ງອອກທັງໝົດ, ເຖິງວ່າການສົ່ງອອກຜະລິດຕະພັນອື່ນໆໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ບໍລິສັດ -ທີ່ລາວເປັນເຈົ້າຂອງສ່ວນໃຫຍ່ ແລະ ເປັນຜູ້ຜະລິດໄຟຟ້າເອກະລາດທໍາອິດໃນປະເທດ, THPC ໄດ້ມີບົດບາດສໍາຄັນໃນການຂະຫຍາຍຕົວນີ້. ຄວາມສໍາເລັດຂອງໂຄງການເທີນ-ຫີນບູນ ແມ່ນໄດ້ໂນ້ມນ້າວທັງລັດຖະບານ ແລະ ນັກລົງທຶນອື່ນໆ ທີ່ມີຄວາມເປັນໄປໄດ້ໃນການພັດທະນາໂຄງການໄຟຟ້ານໍ້າຕົກ, ແລະ THPC ຍັງທຸ່ມເທເພື່ອຈະຊ່ວຍພັດທະນາທ່າແຮງພະລັງງານຂອງລາວຢ່າງປະສິດທິພາບ, ທີ່ມີຄວາມຍືນຍົງທາງສັງຄົມ ແລະ ເປັນມິດຕໍ່ສະພາບແວດລ້ອມໄດ້.