ໂຄງການນີ້ແມ່ນເປັນທ່າແຮງພະລັງງານຂອງນ້ຳເທີນ, ໂດຍນໍາໃຊ້ການໄຫຼຂອງນ້ຳໃນເຂື່ອນ TH ຢູ່ທີ່ບ້ານແກ້ງບິດ. ການນໍາໃຊ້ການເຊື່ອມຕໍ່ ປະຕູເປັນແສກ, ປະຕູບານພັບ, ແລະ ເຂື່ອນນ້ອຍໆ, ເຂື່ອນໄຟຟ້າແມ່ນໄດ້ໄຫຼ 110 ແມັດກ້ອນຕໍ່ວິນາທີ ຂອງແມ່ນ້ຳໄຫຼລົງໄປສູ່ອຸໂມງ 6 ກິໂລແມັດເຖີງ ລະດັບພື້ນເຮືອນຈັກໃນຄູນຄຳ, ໃນຮ່ອມນ້ຳໄຮນີ້. ນ້ຳທີ່ຕົກລົງມາປະມານ 235 ແມັດ ແລະ ແລ່ນຜ່ານສອງ ກົງພັດ Francis ທີ່ມີຄວາມອາດສາມາດທັງໝົດ 220 ເມກາວັດ. ຈາກທີ່ນີ້, ສາຍສົ່ງໄຟຟ້າ 86 ກິໂລແມັດ ເຖີງຊາຍແດນ ຢູ່ທີ່ທ່າແຂກ ໄດ້ສົ່ງອອກໄຟຟ້າໃຫ້ແກ່ອົງການໄຟຟ້າຝ່າຍຜະລິດຂອງປະເທດໄທ. ຈາກໂຮງໄຟຟ້າ TH, ນ້ຳທີ່ໄຫຼຜ່ານຄອງຕອນປາຍເຖີງໜອງນ້ຳທີ່ກຳນົດໃໝ່ ກ່ອນທີ່ຈະລົງສູ່ແມ່ນ້ຳໄຮ, ເຊິ່ງທຳອິດຈະໄຫຼສູ່ຫີນບູນ ແລະ ຈາກນັ້ນໄຫຼລົງສູ່ແມ່ນ້ຳຂອງ.
ADB ໄດ້ອະທິບາຍໂຄງການເດີມທີ່ "ປະສົບຜົນສໍາເລັດ, ມີຂອບເຂດທີ່ປະສົບຜົນສໍາເລັດສູງ", ແລະໄດ້ບອກວ່າ "ໄດ້ບັນລຸຈຸດປະສົງຂອງຕົນຕາມທີ່ຕັ້ງໄວ້". ໂຄງການແມ່ນສາມາດສະໜອງໄຟຟ້າໄດ້ 1,400 GWh ແຕ່ລະປີ, ຮັບຮອງຈະເລີນເຕີບໂຕເສດຖະກິດຂອງປະເທດລາວ ໂດຍຜ່ານການສ້າງລາຍໄດ້ເປັນເງິນຕາຕ່າງປະເທດ, ແລະ ການພັດທະນາຂອງບັນດາແຂວງພາກກາງໂດຍຜ່ານການສະໜອງໄຟຟ້າພາຍໃນ. ເປັນເວລາຫຼາຍໆປີທີ່ THPC ເປັນແຫຼ່ງລາຍຮັບເງິນຕາຕ່າງປະເທດທີ່ໃຫຍ່ທີ່ສຸດໃນປະເທດ, ຊ່ວຍປະເທດໃນການຫຼຸດຜ່ອນການຂາດດຸນທີ່ສໍາຄັນຂອງຕົນໃນປະຈຸບັນ ແລະ ປະ ກອບສ່ວນເຮັດໃຫ້ລັດຖະບານມີຄວາມສາມາດເພື່ອເພີ່ມທະວີການລົງທຶນໃນການສຶກສາ, ສາທາລະນະສຸກ, ແລະ ສະຫວັດດີການສັງຄົມ ໃນໄລຍະທ້າຍຊຸມປີ 1990 ແລະ ຕົ້ນຊຸມປີ 2000.
ຢ່າງຕ່ຳ 2 ເຊັນສະຫະລັດຕໍ່ກິໂລວັດໂມງ, ຄ່າໃຊ້ຈ່າຍຂອງການຜະລິດໄຟຟ້າຂອງ THPC ແມ່ນຕໍ່າຫຼາຍ. ເງິນປັນຜົນທີ່ຈ່າຍໃຫ້ຜູ້ຖືຮຸ້ນລາວເດີມຄື ຟຟລ, ໄດ້ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ານສາທາລະນຸປະໂພກ, ເຮັດໃຫ້ສາມາດຂະຫຍາຍໄຟຟ້າທົ່ວປະເທດລາວ ແລະ ເຮັດສັນຍາກັບນັກລົງທຶນ ເພື່ອການພັດທະນາໄຟຟ້ານໍ້າຕົກອື່ນໆ. ຕົວແບບດ້ານການເງິນຂອງ THPC ແລະ ການຈັດລະບົບການເງິນໃໝ່ສຳລັບໂຄງການປີ 2002 ໄດ້ຊ່ວຍຮັບປະກັນຄວາມຍືນຍົງຂອງໂຄງການດັ່ງກ່າວ ແລະ ເພື່ອດຶງດູດເອົາຜູ້ໜູນຫຼັງຕໍ່ແຜນການຂະຫຍາຍ. ສະຫຼຸບແລ້ວ, ADB ໄດ້ຂຽນກ່ຽວກັບ ເທີນ-ຫີນບູນ, "ໂຄງການນັ້ນສາມາດໃຊ້ເປັນຕົວແບບເພື່ອສົມທົບການຊ່ວຍເຫຼືອການຮ່ວມມືຫຼາຍຝ່າຍ ແລະ ສອງຝ່າຍ, ແລະ ການສ້າງເປັນຄູ່ຮ່ວມງານພາກລັດ ແລະ ເອກະຊົນທີ່ປະສົບຜົນສໍາເລັດ ທີ່ສ້າງຜົນປະໂຫຍດໃຫ້ແກ່ປະເທດ".