• Health and Safety
  • Development Works
  • CSR and HR Development
  • resettlement

    ການສ້າງອ່າງເກັບນ້ຳ ນ້ຳຍວງ ປະມານ 4,000 ຄົນ ໄດ້ຖືກຍົກຍ້າຍເຂົ້າໄປໃນຊຸມຊົນໃນບ້ານໃໝ່ ແລະ ບ້ານທີ່ມີຢູ່ແລ້ວ. ສິບສອງຄອບຄົວໄດ້ຍ້າຍໄປເຮືອນໃໝ່ຂອງເຂົາເຈົ້າ ເຊີ່ງຄອບຄົວທໍາອິດໄດ້ຍົກຍ້າຍໃນປີ 2009. ນະໂຍບາຍການຍົກຍ້າຍຈັດສັນຂອງ THPC ຮັບປະກັນວ່າ ປະຊາຊົນເຫຼົ່ານີ້ແມ່ນໄດ້ຮັບຜົນປະໂຫຍດທັນທີກ່ຽວກັບສະຖານທີ່ຢູ່ອາໃສ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການ. ສິ່ງທ້າທາຍສໍາລັບບໍລິສັດ ແລະ ຊາວບ້ານແມ່ນເພື່ອຮັບປະກັນວ່າກາລະໂອກາດໃໝ່ໆຈະປ່ຽນແປງ ເຮັດໃຫ້ການດໍາລົງຊີວິດ ແລະ ມາດຕະຖານທີ່ອາໃສທີ່ດີກວ່າເກົ່າໃນໄລຍະຍາວ.

    ສະຖານທີ່ຍົກຍ້າຍຈັດສັນ ປະກອບມີ:

    ເຮືອນໃໝ່ມີຄຸນນະພາບ ມີໄຟຟ້າ, ຫ້ອງນ້ຳ ແລະ ນ້ຳປະປາ
    ໂຮງຮຽນ ແລະ ຄລີນິກ ໃໝ່
    ເສັ້ນທາງ ສຳລັບທຸກສະພາບອາກາດ
    ທີ່ດິນສໍາລັບກະສິກໍາ ແລະ ກິດຈະກໍາອື່ນໆ
    • ເຄື່ອງມື ແລະ ອຸປະກອນ

    ໂຄງການຍົກຍ້າຍຈັດສັນ ຍັງໄດ້ໃຫ້ການສະໜັບສະໜູນດ້ານວິຊາການໃນຂົງເຂດການກະສິກໍາ ແລະອື່ນໆ ເພື່ອຊ່ວຍໃຫ້ປະຊາຊົນປັບກັບເຂົ້າກັບສະພາບແວດລ້ອມໃໝ່ໄດ້, ແລະ ໄດ້ຖືກອອກແບບເພື່ອດໍາເນີນການສໍາລັບນຫຼາຍປີ ຈົນກ່ວາຄອບຄົວໄດ້ບັນລຸ ເປົ້າໝາຍລາຍຮັບ. ເປົ້າໝາຍເຫຼົ່ານີ້ແມ່ນໄດ້ກໍານົດຢູ່ 25-40% ສູງກວ່າລະດັບກ່ອນການຍົກຍ້າຍຈັດສັນ, ເພື່ອຮັບປະກັນວ່າປະຊາຊົນໄດ້ຮັບຜົນປະໂຫຍດຈາກໂຄງການ.

    ນອກຈາກນັ້ນໃນຊຸດຍົກຍ້າຍຈັດສັນ ຍັງມີການຊົດເຊີຍເປັນເງິນສຳລັບການລົບກວນ ແລະ ການສູນເສຍຕ່າງໆ, ຮັບປະກັນການເຂົ້າເຖີງປ່າໄມ້ຊຸມຊົນ, ທົ່ງຫຍ້າລ້ຽງສັດ, ແມ່ນ້ຳ ແລະ ການປະມົງ, ແລະ ທົດແທນຊັບສິນວັດທະນະທໍາເຊັ່ນ: ວັດວາອາຣາມ ແລະ ສານເຈົ້າ. ເຊີ່ງມີປະຊາກອນຍົກຍ້າຍຈັດສັນທີ່ແຕກຕ່າງກັນ,ຊຸດການປະຕິດບັດຈະຕ້ອງໄດ້ປ່ຽນແປງໄດ້ຕາມສະຖານະການໃນ ແຕ່ລະຄົວເຮືອນ. ລາຍລະອຽດແມ່ນມີ ໃນແຜນປະຕິບັດງານຍົກຍ້າຍຈັດສັນ, ຢູ່ໃນເວັບໄຊທ໌ນີ້.

    New RS houses THPC Sept 2012 0420Old Sopchat

    ບ້ານຍົກຍ້າຍຈັດສັນມີລັກສະນະ ທີ່ພັກທີ່ມີຄຸນນະພາບດີກວ່າບ້ານເກົ່າ ........

    domestic water Sept 2012 0525cheeky school Sept 2012 0564

    ...ແລະ ຍັງມີໂຮງຮຽນ ແລະ ສິ່ງອຳນວຍຄວາມສະດວກໃໝ່ໆ.