• Health and Safety
  • Development Works
  • CSR and HR Development
  • cattle s

    ພະແນກ ສັງຄົມ ແລະ ສິ່ງແວດລ້ອມ (SED) ຂອງ THPC ໄດ້ຈັດຕັ້ງປະຕິບັດ ໃນຂອບເຂດກວ້າງຂອງບັນດາໂຄງການ ແລະ ກິດຈະກໍາທີ່ຖືກອອກແບບເພື່ອແບ່ງປັນຜົນປະໂຫຍດຈາກໂຄງການໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ແລະ ຫຼຸດຜ່ອນການທຳລາຍຕໍ່ກັບລະບົບນິເວດຂອງທ້ອງຖິ່ນ.

    ອີງຕາມບົດຮຽນຈາກໂຄງການເທີນ-ຫີນບູນ ແລະ ໂຄງການໄຟຟ້າອື່ນໆເຊັ່ນ: ເຂື່ອນໄຟຟ້ານ້ຳເທີນ 2, ໂຄງການຂະຫຍາຍໄດ້ເຫັນວ່າມີສ່ວນພົວພັນຂະໜາດໃຫຍ່ຂອງພະນັກງານທາງດ້ານສັງຄົມ ແລະ ສິ່ງແວດລ້ອມຂອງ THPC, ໂດຍມີການວາງແຜນການເລີ່ມຕົ້ນໃນໄລຍະຕົ້ນໂດຍການສໍາຫຼວດສິ່ງແວດລ້ອມ ແລະ ປຶກສາຫາລືໃນຊຸມຊົນ.

    THPC ໄດ້ທຸ່ມເທເພື່ອເຂົ້າເຖີງປັນຫາສັງຄົມ ແລະ ສິ່ງແວດລ້ອມຢ່າງເປັນມືອາຊີບ ແລະ ມີຈັນຍາບັນ ແລະ ລົງທຶນຫຼາຍໃນບັນດາໂຄງການຂອງຕົນ. ການປະຕິບັດທີ່ສໍາເລັດໃນເຂດພື້ນທີ່ເຫຼົ່ານີ້ຈະບໍ່ພຽງແຕ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ແລະ ປະເທດລາວໂດຍລວມ, ແຕ່ກໍຍັງປະກອບສ່ວນເຂົ້າໃນຄວາມຍືນຍົງໃນໄລຍະຍາວ ແລະ ກໍາໄລຂອງການດໍາເນີນງານໄຟຟ້ານໍ້າຕົກທັງໝົດ.

    ການວາງແຜນການ ແລະ ຄວາມຄືບໜ້າ ໂດຍພະແນກ SED ແມ່ນໄດ້ສະຫຼຸບໃນປຶ້ມຈັດພີມມາໃນປີ 2010 ແລະ ປີ 2012, ຍັງສາມາດດາວໂຫຼດໂດຍການຄລິກ ທີ່ນີ້.