ໂຄງການເທີນ-ຫີນບູນ ແມ່ນໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ສໍາຄັນຫຼາຍກວ່າ ທີ່ໄດ້ຄາດການໃນການປະເມີນຜົນກະທົບສິ່ງແວດລ້ອມໃນເບື້ອງຕົ້ນ ແລະ ເຮັດໃຫ້ THPC ຕ້ອງໄດ້ "ກຳຈັດ" ເພື່ອແກ້ໄຂບັນຫາເຫຼົ່ານີ້ ຫຼັງຈາກສອງສາມປີທໍາອິດທີ່ມີການດໍາເນີນງານ.
ຜົນກະທົບເຫຼົ່າແມ່ນພົວພັນກັບການເຊາະເຈື່ອນຕາຝັ່ງ ຕາມແມ່ນ້ຳໄຮ ແລະ ນ້ຳຫີນບູນຢູ່ເຂດລຸ່ມ ໂຮງໄຟຟ້າ, ແລະ ເຮັດໃຫ້ການປະມົງຫຼຸດໜ້ອຍລົງ.
ໂຄງການຂະຫຍາຍ, ທີ່ກ່ຽວຂ້ອງກັບການສ້າງອ່າງເກັບນ້ຳ 105 ຕາກິໂລແມັດ, ມີຮ່ອງຮອຍຜົນກະທົບ ສັງຄົມ ແລະ ສິ່ງແວດລ້ອມທີ່ໃຫຍ່ ແລະ THPC ໄດ້ລົງທຶນໃສ່ໃນຊຸດແຜນງານຕ່າງໆຢ່າງກ້ວາງຂວາງ ເພື່ອຫຼຸດຜ່ອນ, ບັນເທົາ ແລະ ຊົດເຊີຍສໍາລັບຜົນກະທົບ.
ຜົນກະທົບຕົ້ນຕໍມີຄື:
• ການສູນເສຍເນື້ອທີ່ດິນຈາກການຍົກຍ້າຍຈັດສັນສໍາລັບ 12 ບ້ານ (4,367 ຄົນ) ໃນເຂດອ່າງເກັບນ້ຳ NG.
• ບັນຫາດ້ານຄວາມປອດໄພຂອງນ້ຳ ທີ່ກຳນົດການຍົກຍ້າຍຈັດສັນຂອງບ້ານໜຶ່ງຢູ່ເຂື່ອນ
• ໄລຍະນ້ຳຖ້ວມ ຢູ່ແຄມນ້ຳໄຮ ແລະ ນ້ຳຫິນບູນ ເພີ່ມຂຶ້ນສູງ, ສ້າງຜົນກະທົບຕໍ່ 22 ບ້ານ.
• ບັນຫາຄຸນນະພາບນ້ຳ ໃນໄລຍະການກໍ່ສ້າງ ແລະ ສອງສາມປີທໍາອິດຈາກການດໍາເນີນ.
ໂຄງການໄດ້ອອກແບບເພື່ອຮັບປະກັນໃຫ້ປະຊາຊົນທີ່ຖືກກະທົບຈາກການດໍາເນີນງານ THPC ໄດ້ຮັບຜົນປະໂຫຍດຈາກໂຄງການໃນໄລຍະຍາວ, ແລະ ການປົກປັກຮັກສາທີ່ສິ່ງແວດລ້ອມຢູ່ໃນເຂດນັ້ນແມ່ນປັບປຸງຫຼາຍກວ່າຄວາມເສຍຫາຍ, ໄດ້ອະທິບາຍໃນໜ້າສັງຄົມ ແລະ ການສິ່ງແວດລ້ອມຂອງເວັບໄຊທ໌ນີ້.