exp2

Exp

ເພື່ອເພີ່ມສັກະຍະພາບຂອງອ່າງນ້ຳເທີນ ເພື່ອຜະລິດພະລັງງານໃນລະດູແລ້ງ, ໃນເວລາທີ່ມີ ໂຮງໄຟຟ້າຂອງລາວ ຫຼຸດຄວາມອາດສາມາດໃນການຜະລິດ, THPC ໄດ້ເລີ່ມຄົ້ນຄວ້າການທາງເລືອກທົດແທນເພື່ອຂະຫຍາຍການຜະລິດໄຟຟ້າໃນປີ 2005.

ຫຼັງຈາກການທົບທວນຄືນທາງເລືອກຕ່າງໆ, ການສຶກສາຄວາມເປັນໄປໄດ້ລະອຽດນີ້ ໄດ້ດໍາເນີນການກ່ຽວກັບກໍ່ສ້າງອ່າງເກັບນ້ຳ ນ້ຳຍວງ (NG), ສາຂາຂອງນ້ຳເທີນ, ໂດຍມີຈຸດປະສົງໃນການສະໜອງນ້ຳຢ່າງຫຼວງຫຼາຍຕະຫຼອດປີໃຫ້ແກ່ເຂື່ອນໄຟຟ້າຕ່າງໆທີ່ມີຢູ່ໃນ ຄູນຄຳ. ໄດ້ສໍາເລັດໃນຕົ້ນປີ 2007, ຫຼັງຈາກທີ່ ການສຶກສາດັ່ງກ່າວໄດ້ເພີ່ມຕື່ມໂດຍການປະເມີນຜົນກະທົບສິ່ງແວດລ້ອມ, ແຜນການຫຼຸດຜ່ອນ ແລະ ການຄຸ້ມຄອງຜົນກະທົບສິ່ງແວດລ້ອມ ແລະ ແຜນປະຕິບັດງານຍົກຍ້າຍຈັດສັນ. ການກໍ່ສ້າງໂຄງການໄດ້ເລີ່ມຕົ້ນໃນທ້າຍປີ 2008.

ເຂື່ອນ NG, ກວ້າງ 480 m ແລະ ສູງ 65 m, ໄດ້ສ້າງອ່າງເກັບນ້ຳ NG ເຊິ່ງໄດ້ເກັບນ້ຳຝົນທີ່ຕົກຢູ່ໃນເຂດນັ້ນແຕ່ ເດືອນພຶດສະພາ-ຕຸລາໃນແຕ່ລະປີ. ເຂື່ອນມີຫ້າປະຕູທີ່ເປີດໄດ້ເພື່ອປ່ອຍນ້ຳເພື່ອຫຼີກເວັ້ນເຫດການນ້ຳຖ້ວມໃນລະດູຝົນ. ໃນການດໍາເນີນງານຕາມປົກກະຕິ, ເຂື່ອນຈະປ່ອຍນ້ຳຜ່ານໂຮງໄຟຟ້າ NG, ທີ່ສາມາຜະລິດໄດ້ໄຟຟ້າເຖິງ 60 ເມກາວັດ ສໍາລັບການສະໜອງພາຍໃນປະເທດໃຫ້ແກ່ ລັດວິສະຫະກິດໄຟຟ້າລາວ (ຟຟລ).

ຈາກ ເຮືອນຈັກ NG, ນ້ຳທີ່ໄຫຼເຂົ້າມາໃນນ້ຳເທີນ ແລະ ລົງໄປສູ່ເຂື່ອນເທີນຫີນບູນ (TH) ເດີມ. ເຂື່ອນນີ້ໄດ້ຖືກດັດແກ້ເພື່ອຮັບນ້ຳໄດ້ຫຼາຍກ່ວາເກົ່າທີ່ມາຈາກນ້ຳເທີນ: ເປັນລະບົບສະໜອງນ້ຳ ແລະ ຊ່ອງລະບາຍນ້ຳໃໝ່ຂອງໂຮງໄຟຟ້າ TH ທີ່ໄດ້ຂະຫຍາຍ, 240 m ລົງໄປຮ່ອມພູຄູນຄຳ. ແມ່ນມີຈັກຜະລິດໄຟຟ້າ Francis 220 ເມກາວັດ ໜ່ວຍໃໝ່ ທີ່ດຳເນີນງານຄຽງຄູ່ກັບສອງກົງພັດ 110 ເມກາວັດ. ສິ່ງເຫຼົ່ານີ້ເຮັດໃຫ້ THPC ມີຄວາມສາມາດໃນການສົ່ງອອກໄຟຟ້າ 440 ເມກາວັດ, ຂາຍໃຫ້ປະເທດໄທໂດຍຜ່ານສອງສາຍສົ່ງ 230 kV.

ປະສິດທິພາບການຜະລິດລວມທັງໝົດຂອງ THPC ໃນປັດຈຸບັນ ແມ່ນຢູ່ປະມານ 500 ເມກາວັດ, ມີປະລິມານນ້ຳທີ່ຫຼາຍຈາກອ່າງເກັບນ້ຳໃໝ່ທີ່ນຳໃຊ້ເພື່ອຜະລິດພະລັງງານໄດ້ສອງເທົ່າ. ໂຮງໄຟຟ້າໃໝ່ ແມ່ນໄດ້ຖືກນຳໃຊ້ໃນທ້າຍປີ 2012.