ຕົວແທນຂາຮຸ້ນຕ່າງປະເທດຂອງບໍລິສັດເທີນ-ຫີນບູນ ສອງທ່ານໄດ້ຮັບການປະດັບຫຼຽນໄຊພັດທະນາຊັ້ນII ຈາກລັດຖະບານ ເພື່ອເປັນການຍ້ອງຍໍສັນລະເສີນໃນການປະກອບສ່ວນຊ່ວຍເຫຼືອສ້າງສາພັດທະນາສປປລາວ.

ຕາງໜ້າໃຫ້ລັດຖະບານໂດຍທ່ານຄຳໃບດຳລັດເລຂາພັກແຂວງເຈົ້າແຂວງແຂວງຄຳມ່ວນໄດ້ຈັດພິທີປະດັບຫຼຽນໄຊພັດທະນາຊັ້ນສອງໃຫ້ແກ່ທ່ານໂຣເບີດເຄຈາກບໍລິສັດຈີເອັມເອສ ພາວເວີ ແລະ ທ່ານ ຢານ ຊີເດີວອລ ຈາກບໍລິສັດ ສະຕັສກຮາຟ. ທັງສອງບໍລິສັດດັ່ງກ່າວໄດ້ຖືຮຸ້ນຜູ້ລະ 20% ຂອງບໍລິສັດເທີນ-ຫີນບູນພາວເວີ ຈຳກັດ.

ການປະດັບຫຼຽນໄຊດັ່ງກ່າວນີ້ກໍເພື່ອເປັນສະແດງຄວາມຮູ້ບຸນຄຸນຕໍ່ກັບທັງສອງບໍລິສັດໃນວຽກງານການພັດທະນາຢູ່ຂົງເຂດສຳປະທານເຂື່ອນໄຟຟ້າເທີນ-ຫີນບູນ. ນອກຈາກເງີນລົງທືນຈຳນວນ 70ລ້ານໂດລາສະຫະລັດທີ່ໄດ້ສຸມໃສ່ວຽກງານໂຄງການດ້ານສັງຄົມ ແລະ ສິ່ງແວດລ້ອມໃນຂົງເຂດສຳປະທານດັ່ງກ່າວແລ້ວ ທັງສອງບໍລິສັດຍັງໄດ້ບໍລິຈາກທຶນຊ່ວຍເຫຼືອລ້າອິກຕື່ມ ບໍລິສັດລະ 1.5 ລ້ານໂດລາສະຫະລັດ ເພື່ອສຸມໃສ່ວຽກງານດ້ານຄອງຊົນລະປະທານສຳລັບ 5ບ້ານໃນແຂວງຄໍາມ່ວນ.

ທ່ານ ຄຳໃບ ໄດ້ກ່າວວ່າ "ເງີນຊ່ວຍເຫຼືອລ້າຈຳນວນ 3ລ້ານໂດລາສະຫະລັດຈາກຂາຮຸ້ນຕ່າງປະເທດຂອງບໍລິສັດເທີນ-ຫີນບູນແມ່ນເປັນເງີນຊ່ວຍເຫຼືອເພີ່ມຕື່ມເຂົ້າໃສ່ວຽກງານພັດທະນາທີ່ສຳຄັນທີ່ທາງບໍລິສັດໄດ້ເລັງເຫັນ ແລະ ກໍເພື່ອສະແດງໃຫ້ເຫັນເຖີງຄຳໝັ້ນສັນຍາທີ່ວ່າທຸການລົງທືນຂອງບໍລິສັດແມ່ນເພື່ອ ປະຊາຊົນລາວ."