THPC ໄດ້ເຮັດວຽກຢ່າງໃກ້ຊິດກັບ ອົງການຈັດຕັ້ງຂອງລັດຖະບານ ແລະ ສະມາຄົມອະນຸລັກສັດປ່າ (WCS) ເພື່ອສ້າງແຜນການຄຸ້ມຄອງ ເພື່ອການຟື້ນຟູໃນໄລຍະຍາວຂອງພື້ນທີ່ເໜືອອ່າງເກັບນ້ຳຍວງ. ໃນປີ 2008 ແຂວງບໍລິຄໍາໄຊ ໄດ້ອອກລັດຖະດໍາລັດ ສ້າງຕັ້ງເຂດປ່າສະຫງວນທາງພາກໃຕ້ ນ້ຳຍວງຂຶ້ນ, ຊຶ່ງມີຂະໜາດຫຼາຍກວ່າ 50 ຕາກິໂລແມັດ ແລະ ລວມມີທີ່ດິນບ້ານສະວິເດັນເກົ່າທີ່ບໍ່ໄດ້ຖືກນຳໃຊ້ເປັນເວລາດົນໃນເຂດອ່າງໂຕ່ງ. ໃນປີ 2012 ຂອບເຂດແດນຂອງເຂດປ່າສະຫງວນໃໝ່ນີ້ໄດ້ຖືກແຍກອອກ ແລະ ການສໍາຫຼວດ ແລະ ການສຶກສາຂໍ້ມູນຂ່າວສານແມ່ນໄດ້ປະຕິບັດດ້ວຍປະຊາຊົນໃນບ້ານອ້ອມຂ້າງ. THPC ຍັງໄດ້ເລີ່ມໂຄງການປູກປ່າຕາມແຄມອ່າງເກັບນ້ຳ, ປູກໄມ້ຢືນຕົ້ນທ້ອງຖິ່ນຫຼາຍຊະນິດກວ່າ 111 ເຮັກຕາ. ຈຸດປະສົງແມ່ນເພື່ອຟື້ນຟູເນື້ອທີ່ປ່າສະຫງວນ ເພື່ອທີ່ຈະໃຫ້ພືດ ແລະ ສັດໃນທ້ອງຖິ່ນ ເກີດຂຶ້ນໃໝ່ໄດ້ ແລະ ສ້າງເປັນເສັ້ນທາງຂອງສັດປ່າ ລະຫວ່າງເຂດພື້ນທີ່ສະຫງວນແຫ່ງຊາດທີ່ໃກ້ຄຽງ.

ຂໍ້ຕົກລົງການອະນຸລັກໄລຍະຍາວຂອງບໍລິສັດກັບ WCS ກວມເອົາຂອບເຂດກິດຈະກໍາລວມທັງການຂັດແຍ່ງຂອງຄົນ-ຊ້າງ, ການປົກປ້ອງປ່າໄມ້, ເສີມສ້າງການລາດຕະເວນ ແລະ ເພີ່ມຈຸດກວດ ຕາມເສັ້ນທາງ, ການສຶກສາຊຸມຊົນ, ການເກັບຂໍ້ມູນກ່ຽວກັບປ່າໄມ້ແບບຍືນຍົງ ແລະ ອື່ນໆ. ການເຮັດວຽກແມ່ນສຸມໃສ່ເຂດພື້ນບ່ອນທີ່ມີການຂຸດຄົ້ນ ເຄື່ອງປ່າຂອງດົງ ແລະ ສັດປ່າທີ່ຜິດກົດໝາຍເກີດຂຶ້ນ ແລະ ໃນເຂດທີ່ຊີວະນາໆພັນຖືກໄພຂົ່ມຂູ່ສູງ. ການສ້າງຂີດຄວາມສາມາດ ແລະ ພັດທະນາດ້ານສະຖາບັນແມ່ນຍັງຄົງເປັນອົງປະກອບທີ່ສໍາຄັນ, ເຊີ່ງ WCS ແລະ THPC ໄດ້ຮ່ວມມືກັບອົງການຈັດຕັ້ງຂອງລັດຖະບານ ເພື່ອປັບປຸງການອະນຸລັກໃນທົ່ວເຂດໂຄງການທັງໝົດ.