rehabTHPC Sept 2012 0047

env check3THXP Feb 2011 0249

ໜ້າວຽກຫຼັກສຳລັບ ໜ່ວຍງານສິ່ງແວດລ້ອມຂອງ THPC ລະຫວ່າງສີ່ປີຂອງການກໍ່ສ້າງໂຄງການຂະຫຍາຍ ແມ່ນເພື່ອຮັບປະກັນວ່າ: ມາດຕະຖານສິ່ງແວດລ້ອມທີ່ເຄັ່ງຄັດຂອງບໍລິສັດ ແມ່ນໄດ້ຖືກປະຕິບັດກວ່າ 30 ພື້ນທີ່ ແລະ ແຄ້ມທີ່ພັກ ລວມທັງການຂະຫຍາຍໂຮງໄຟຟ້າ.

ການປ້ອງກັນຄວາມປອດໄພມາດຕະຖານສາກົນ ແມ່ນຖືກສ້າງຂຶ້ນໃນການອອກແບບໂຄງການ ແລະ ຜູ້ຮັບເໝົາ ແມ່ນຈະຕ້ອງກະກຽມ ແຜນການຄຸ້ມຄອງສິ່ງແວດລ້ອມສະເພາະພື້ນທີ່ ທີ່ລວມມີຜູ້ຮັບເໝົາຕໍ່ຊ່ວງທັງໝົດ. THPC ໄດ້ຕິດຕາມກວດກາການປະຕິບັດຕາມກົດລະບຽບສິ່ງແວດລ້ອມ ແລະ ໄດ້ກວດສອບທຸກໆພື້ນທີ່ເປັນແຕ່ລະອາທິດ. ກິດຈະກຳສະເພາະແມ່ນຄຸ້ມຄອງໂດຍໜ່ວຍງານ ລວມມີການກຳຈັດສິ່ງເສດເຫຼືອ, ການລະເບີດເໝືອງ, ວັດຖຸອັນຕະລາຍ, ການປ່ອຍນ້ຳ, ຝຸ່ນ ແລະ ການຄວບຄຸມສຽງ, ການສັນຈອນໃນພື້ນທີ່ ແລະ ວັດຖຸລະເບີດທີ່ຍັງບໍ່ທັນແຕກ.

THPC ແມ່ນໄດ້ສະໜອງສະຖານທີ່ຝັງກົບໃນພື້ນທີ່ເພື່ອກຳຈັດຂອງເສຍທີ່ບໍ່ເປັນອັນຕະລາຍລະຫວ່າງການກໍ່ສ້າງ ແລະ ປະຈຸບັນສະຖານທີ່ແມ່ນຖືກນຳໃຊ້ໂດຍບ້ານໃນທ້ອງຖິ່ນ. ເພື່ອຮັບປະກັນສິ່ງເສດເຫຼືອຈາກຊຸມຊົນແມ່ນໄດ້ຖືກຈັດການຢ່າງເໝາະສົມ, ບໍລິສັດໄດ້ສະໜອງການຝຶກອົບຮົມກ່ຽວກັບການຈັດການສິ່ງເສດເຫຼືອ ແລະ ຈັດຕັ້ງ ໂຄງການຣີໄຊເຄີນ.

ການຟື້ນຟູເຂດກໍ່ສ້າງທີ່ດີ - ເປັນສິ່ງສຳຄັນຕໍ່ຄວາມສຳເລັດຂອງໂຄງການ - ເຊີ່ງໄດ້ເລີ່ມໃນຕົ້ນປີ 2012 ແລະ ໂດຍທ້າຍປີດັ່ງກ່າວ ແຄ້ມທີ່ພັກຊົ່ວຄາວທັງໝົດ ແລະ ສະຖານທີ່ສ່ວນໃຫຍ່ ແມ່ນໄດ້ຖືກຟື້ນຟູ: ໂຄງສ້າງໄດ້ຖືກມ້າງ, ສິ່ງເສດເຫຼືອທີ່ເປັນທາດອັນຕະລາຍໄດ້ຖືກເອົາອອກໄປ ແລະ ເຂດພື້ນດິນ ແລະ ຄວາມຊັນແມ່ນໄດ້ມີພືດພັນງອກຂຶ້ນມາໃໝ່. ຜູ້ຮັບເໝົາແມ່ນຕ້ອງໄດ້ປະຕິບັດຕາມພັນທະການຟື້ນຟູສິ່ງແວດລ້ອມ ພາຍໃຕ້ການຄວບຄຸມຂອງ THPC ກ່ອນທີ່ຈະໄດ້ຮັບການຊຳລະຄັ້ງສຸດທ້າຍ.

THPC ແມ່ນໄດ້ສະໜອງສະຖານທີ່ຝັງກົບໃນພື້ນທີ່ເພື່ອກຳຈັດຂອງເສຍທີ່ບໍ່ເປັນອັນຕະລາຍລະຫວ່າງການກໍ່ສ້າງ ແລະ ປະຈຸບັນສະຖານທີ່ແມ່ນຖືກນຳໃຊ້ໂດຍບ້ານໃນທ້ອງຖິ່ນ. ເພື່ອຮັບປະກັນສິ່ງເສດເຫຼືອຈາກຊຸມຊົນແມ່ນໄດ້ຖືກຈັດການຢ່າງເໝາະສົມ, ບໍລິສັດໄດ້ສະໜອງການຝຶກອົບຮົມກ່ຽວກັບການຈັດການສິ່ງເສດເຫຼືອ ແລະ ຈັດຕັ້ງ ໂຄງການຣີໄຊເຄີນ. ວິທີຕ່າງໆແມ່ນຖືກນຳໃຊ້ເພື່ອຣີໄຊເຄີນ ຫຼື ກຳຈັດສິ່ງເສດເຫຼືອທີ່ເປັນມົນລະພິດໃນໄລຍະການກໍ່ສ້າງ. ຕົວຢ່າງ, ນ້ຳມັນທີ່ຖືກນຳໃຊ້ແມ່ນຖືກສົ່ງເຖີງເຕົາເຜົາຂີ້ເຫຍື່ອເຮັດໃຫ້ມີອຸນະພູມສູງ ໃນໂຮງງານເຫຼັກຢູ່ປາກຊັນ, ບ່ອນທີ່ນຳໃຊ້ເປັນເຊື້ອເພີງໃນຂະບວນການອຸດສະຫະກຳ. ສິ່ງເສດເຫຼືອບໍ່ສາມາດກຳຈັດໄດ້ຢ່າງປອດໄພ ຈົນກວ່າຈະມີວິທີ່ແກ້ໄຂຖາວອນ.