erosion monitor 2 Dec 2011 0149

ເພື່ອແກ້ໄຂການໄຫຼຂອງນ້ຳ, ການເຄື່ອນຍ້າຍຕະກອນ ແລະ ການເຊາະເຈື່ອນຕາມແຄມນ້ຳໄຮ ແລະ ນ້ຳຫີນບູນ ເຂດລຸ່ມເຮືອນຈັກ, ໜ່ວຍງານສະພາບແວດລ້ອມຂອງ THPC ໄດ້ຕິດຕາມກວດກາ ລັກສະນະແມ່ນ້ຳ ແລະ ການເຊາະເຈື່ອນຂອງຝັ່ງນ້ຳ, ຊ່ວຍພັດທະນາແຜນການຫຼຸດຜ່ອນບັນຫາທີ່ເກີດຈາກຜູ້ທີ່ອາໃສໃນທ້ອງຖິ່ນ ຖ້າຈຳເປັນ.

ການເຊາະເຈື່ອນຕາມທໍາມະຊາດນີ້ແມ່ນເປັນເລື່ອງທົ່ວໄປຢູ່ຕາມ ນ້ຳໄຮ ແລະ ນ້ຳຫີນບູນ ກ່ອນທີ່ຈະມີໂຄງການ THPC ທໍາອິດ ແຕ່ການຜະລິດໄຟຟ້າສູງສຸດຕາມລະດູການໃນລະດູແລ້ງໄດ້ເຮັດໃຫ້ມີການເຊາະເຈື່ອນຂອງຕາຝັ່ງເພີ່ມຂຶ້ນ ແລະ ມີປະລິມານຂອງຕະກອນ ອັນເນື່ອງມາຈາກການປ່ຽນແປງ ລະດັບນ້ຳໃນແຕ່ລະວັນ. ການປ່ອຍປະລິມານນ້ຳສອງເທົ່າຫຼັງຈາກສໍາເລັດໂຄງການຂະຫຍາຍ ອາດຈະມີຜົນກະທົບຕໍ່ແມ່ນ້ຳເຫຼົ່ານີ້ເພີ່ມຂຶ້ນ, ເຖິງວ່າການປ່ຽນແປງລະດັບນ້ຳຈະຢູ່ປານກາງເນື່ອງຈາກເປັນລະບອບການຜະລິດພະລັງງານເພີ່ມຂຶ້ນຢ່າງຕໍ່ເນື່ອງ ທີ່ຈະນໍາໄປສູ່ການຜັນຜວນຂອງລະດັບນ້ຳເລັກນ້ອຍ.

ເນື່ອງຈາກວ່າປະຊາຊົນໃນທ້ອງຖິ່ນມີຮົ້ວສວນຕາມແມ່ນ້ຳໃນລະດູແລ້ງ ແລະ ຍັງມີທົ່ງໄຮ່ທົ່ງນາໃກ້ກັບແຄມນ້ຳ, ທີມບໍລິຫານຄຸ້ມຄອງການເຊາະເຈື່ອນ ໄດ້ນຳໃຊ້ລະບົບ GIS ເພື່ອບັນທຶກຜົນຂອງການຕິດຕາມກວດກາແຄມນ້ຳສູງສຸດ ແລະ ແນວຕັດຂອງແມ່ນ້ຳ. ການນໍາໃຊ້ທັງ ການຖ່າຍຮູບ ແລະ ພາບຜ່ານດາວທຽມນັ້ນ, ໂຄງການຕິດຕາມກວດກາການເຊາະເຈື່ອນນີ້ ໄດ້ປຽບທຽບການປ່ຽນແປງຂອງດິນຕາມຖານຂໍ້ມູນກ່ອນໂຄງການ ເພື່ອຮັບປະກັນວ່າ: ການເຊາະເຈື່ອນຫຼັງຈາກມີໂຄງການທີ່ກະທົບຕໍ່ທີ່ດິນຂອງປະຊາຊົນ ເພື່ອເປັນຫຼັກຖານດ້ານເອກະສານ. ນີ້ເຮັດໃຫ້ບໍລິສັດສາມາດຄິດໄລ່ຄ່າທົດແທນສໍາລັບການສູນເສຍຕ່າງໆ.