water quality 1

water quality 2

ທີມງານຕິດຕາມກວດກາຄຸນນະພາບ ແລະ ປະລິມານນ້ຳ ຂອງໜ່ວຍງານສິ່ງແວດລ້ອມໄດ້ກວດກາຢ່າງປົກກະຕິ ນ້ຳຕົວຢ່າງຈາກ 83 ສະຖານີໃນທົ່ວເຂດພື້ນທີ່ໂຮງໄຟຟ້າ, ວິເຄາະໃນຫ້ອງທົດລອງ THPC ຢູ່ທີ່ຄູນຄຳ. ຕົວຢ່າງມາຈາກແມ່ນ້ຳຢູ່ເທີງ ແລະ ລຸ່ມເຂື່ອນຂອງໂຄງການ, ແລະ ຈາກອ່າງເກັບນ້ຳ ນ້ຳຍວງ.

ວຽກດັ່ງກ່າວນີ້ເຮັດໃຫ້ບໍລິສັດ ຮັກສາແນວໂນ້ມຄຸນນະພາບຂອງນ້ຳຄຽງຄູ່ກັນໄປ ແລະ ສະສົມຄວາມຮູ້ກ່ຽວກັບເງື່ອນໄຂສໍາຄັນ ຫຼື ໄພຂົ່ມຂູ່ກັບມາດຕະຖານສິ່ງແວດລ້ອມ. ທີມງານ ໄດ້ກວດກາ ຫຼາຍໆຕົວຊີ້ວັດ ແລະ ຕົວຊີ້ບອກ ລວມທັງລະດັບຂອງອົກຊີທີ່ລະລາຍໃນອ່າງເກັບນ້ຳ ແລະ ນ້ຳທີ່ປ່ອຍລົງລຸ່ມເຂື່ອນ, ວິວັດທະນາການຂອງຄຸນນະພາບນ້ຳຢູ່ຈຸດກ່ຽວຂ້ອງທົ່ວອ່າງໂຕ່ງນ້ຳ, ການປ່ຽນແປງອຸນຫະພູມໃນນ້ຳ, ການເຊາະເຈື່ອນທາງທີ່ແມ່ນ້ຳໄຫຼຜ່ານຕອນລຸ່ມ ແລະ ສົ່ງຜ່ານຕະກອນ.

ການຕິດຕາມກວດກາຄຸນນະພາບນ້ຳສໍາລັບໂຄງການການຂະຫຍາຍໄດ້ເລີ່ມໃນປີ 2009 ແລະ THPC ໄດ້ລວບລວມຖານຂໍ້ມູນທີ່ເຊື່ອຖືຈາກຂໍ້ມູນດ້ານອຸທົກະສາດສໍາລັບເຂດພື້ນທີ່ໂຄງການດັ່ງກ່າວ. 30 ສະຖານີເກັບກັກນ້ຳຂອງໂຄງການ ຈາກແຫຼ່ງນ້ຳລຳທານ, ນໍ້າຝົນ, ລະດັບ ນ້ຳໃຕ້ດິນ ແລະ ລະດັບນ້ຳໃນແມ່ນ້ຳ ໄດ້ສະໜອງຂໍ້ມູນຂ່າວສານ ໃຫ້ນັກວິສະວະກອນຂອງ THPC ເພື່ອປະສິດທິ ພາບການປະຕິບັດງານຂອງສະຖານີທີ່ອ່າງເກັບນ້ຳ ແລະ ສະຖານີໄຟຟ້າ. ຂໍ້ມູນ ດ້ານອຸທົກະສາດ ຈາກນ້ຳໄຮ ແລະ ນ້ຳຫີນບູນ ຖືກນໍາໃຊ້ເພື່ອປະເມີນລະດັບນ້ຳຖ້ວມ, ກໍານົດຜົນກະທົບຈາກແມ່ນ້ຳ ແລະ ຊ່ວຍໃນການວາງແຜນ ສໍາລັບພື້ນທີ່ຍົກຍ້າຍຈັດສັນ.

ໃນຕະຫຼອດໄລຍະເວລາການກໍ່ສ້າງ, ໜ່ວຍງານສິ່ງແວດລ້ອມ ໄດ້ຕິດຕາມການປ່ອຍນ້ຳອອກຈາກພື້ນທີ່ອາຄານກໍ່ສ້າງ ແລະ ແຄ້ມທີ່ພັກຂອງພະນັກງານ ເພື່ອຮັບປະກັນການນໍາໃຊ້ທີ່ເໝາະສົມ ແລະການກໍາຈັດສານເຄມີອັນຕະລາຍ, ການປະຕິບັດຕາມ ມາດຕະຖານການບຳບັດສິ່ງເສດເຫຼືອ ແລະ ນ້ຳເປື້ອນທີ່ສູງ, ແລະ ຄວບຄຸມປະລິມານຂອງຕະກອນ ໃນໄລຍະກິດຈະກໍາການກໍ່ສ້າງ.

ທີມງານ THPC ຍັງກວດເບິ່ງເປັນປົກກະຕິ ເຖີງການສະໜອງນ້ຳໃນບ້ານຍົກຍ້າຍ ແລະ ຈັດສັນ ເພື່ອຮັບປະກັນນ້ຳບໍລິໂພກໂດຍຊາວບ້ານໃຫ້ມີຄຸນນະພາບດີ.