infrastructure 1

ການລົງທຶນຂອງ THPC ໃນພື້ນຖານໂຄງລ່າງຂອງຊຸມຊົນ ແມ່ນຖືເປັນການປະກອບສ່ວນທີ່ຍິ່ງໃຫຍ່ຕໍ່ກັບການພັດທະນາເສດຖະກິດໃນຂົງເຂດໂຄງການ.

ໝູ່ບ້ານຍົກຍ້າຍຈັດສັນແຕ່ລະໝູ່ບ້ານ ແມ່ນມີຈຸດປະສົງ-ສ້າງໂຮງຮຽນຂັ້ນປະຖົມ, ຄລີນິກ, ຖະໜົນຫົນທາງ ແລະ ການສະຫນອງນ້ຳສະອາດ ແລະ ໄຟຟ້າແຕ່ລະຄົວເຮືອນ. ນອກຈາກນັ້ນແມ່ນທີ່ຢູ່ອາໄສເອກະຊົນ, ອາຄານຊຸມຊົນເຊັ່ນ: ຫ້ອງປະຊຸມບ້ານ ແລະ ວັດວາອາຣາມກໍໄດ້ຮັບການກໍ່ສ້າງ ແລະ ຖະໜົນຫົນທາງສູ່ເສັ້ນທາງແຫ່ງຊາດກໍໄດ້ຍົກລະດັບ. ໂຮງຮຽນ ແລະ ຄລີນິກໄດ້ຖືກສ້າງໃສ່ບ່ອນທີ່ກຳນົດໂດຍອຳນາດການປົກຄອງທ້ອງຖິ່ນເພີ່ມຕື່ມ.

ເພື່ອຊ່ວຍດ້ານກະສິກໍາ, ສູນສາທິດ ແລະ ສວນກ້າ ໄດ້ຕິດຕັ້ງຢູ່ຈຸດຍຸດທະສາດໃນທົ່ວເຂດພື້ນທີ່ໂຄງການ ແລະ ລະບົບຊົນລະປະທານກໍໄດ້ສ້າງຂຶ້ນໃໝ່ ຫຼື ໄດ້ສ້ອມແປງ ແລະ ຂະຫຍາຍໄປຍັງບ້ານຍົກຍ້າຍຈັດສັນ.

THPC ໄດ້ໃຊ້ເງິນຫຼາຍກວ່າໂດລາສະຫະ 60 ລ້ານໂດລາສະຫະລັດອາເມລິກາ ໃນໂຄງການ SED ຂອງຕົນຈົນມາເຖິງປະຈຸບັນ, ເງິນຈຳນວນນີ້ສ່ວນໃຫຍ່ແມ່ນນໍາໃຊ້ສໍາລັບການສະໜອງພື້ນຖານໂຄງລ່າງສາທາລະນະ ທີ່ເຮັດໃຫ້ປະຊາຊົນ ແລະ ຊຸມຊົນມີໂອກາດທີ່ດີຂຶ້ນໃນອະນາຄົດ. ເຖີງຢ່າງໃດກໍຕາມ, ບໍລິສັດກໍໄດ້ເຫັນວ່າ: ການສະໜອງອາຄານໃໝ່ ແລະ ອຸປະກອນພຽງແຕ່ເປັນການເລີ່ມຕົ້ນໃນຂະບວນການພັດທະນາ ທີ່ມີຄວາມຕ້ອງການໃນໄລຍະຍາວ ເພື່ອຊ່ວຍປະຊາຊົນສາມາດປັບເຂົ້າກັບການເປັນຢູ່ແບບໃໝ່ ແລະ ສ້າງລະບົບແບບຍືນຍົງ.