ຊາວບ້ານທີ່ອາໃສຢູ່ຕາມແຄມນ້ຳໄຮ ແລະ ຫີນບູນ ໄດ້ປະສົບກັບເຫດການນ້ຳຖ້ວມຕາມທໍາມະຊາດສະເໝີ, ແຕ່ວ່າໃນປີທີ່ຜ່ານມານີ້ ບາງຄັ້ງແມ່ນໄດ້ຮັບຜົນຮ້າຍແຮງໂດຍໂຄງການເທີນ-ຫີນບູນໂຄງການທໍາອິດ. ນ້ຳທີ່ເພີ່ມຂຶ້ນໃນແມ່ນ້ຳຂອງໂດຍ ໂຮງໄຟຟ້າ THPC ນີ້ ກໍໄດ້ໃຫ້ຜົນປະໂຫຍດບາງຢ່າງໃນລະດູແລ້ງ ໂດຍໄດ້ປັບປຸງໃຫ້ທິດທາງການເດີນເຮືອ ແລະ ມີນ້ຳສໍາລັບການລ້ຽງສັດ ແລະ ການກະສິກໍາ. ແຕ່ວ່າໃນລະດູຝົນ ມັນອາດມີສ່ວນເຮັດໃຫ້ນ້ຳຖ້ວມບ້ານ ແລະ ທົ່ງນາ. ນອກຈາກນີ້, ກໍມີການເຊາະເຈື່ອນຂອງຕາຝັ່ງເກີດຂຶ້ນຍ້ອນການປ່ຽນແປງໃນລະດັບນ້ຳ ໄດ້ສົ່ງຜົນກະທົບຕໍ່ປະຊາ ກອນປາ.

ໃນໄລຍະການວາງແຜນຂອງໂຄງການຂະຫຍາຍ, THPC ປຶກສາຫາລືກັບຊາວບ້ານເຂດນ້ຳຕອນລຸ່ມ, ຜູ້ທີ່ຊີ້ໃຫ້ເຫັນເຖີງຄວາມຕ້ອງການອັນແຮງກ້າເພື່ອຍົກຍ້າຍຈັດສັນໄປເຂດທີ່ປອດໄພຈາກນ້ຳຖ້ວມ, ທີ່ເຂົາເຈົ້າຈະໄດ້ກໍານົດໄວ້ແລ້ວ, ແລະ ຮຽກຮ້ອງໃຫ້ມີການສະໜັບສະໜູນເພີ່ມເຕີມສໍາລັບການປູກເຂົ້າລະດູແລ້ງ ບວກກັບການປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການ. ໃນສະຖານທີ່ເປັນໄປໄດ້ທີ່ລະບຸຊື່ໂດຍຊາວບ້ານ ແມ່ນໄດ້ຖືກຢັ້ງຢືນໂດຍພະແນກສັງຄົມ ແລະ ສິ່ງແວດລ້ອມ ແລະ ໄດ້ມີຂໍ້ຕົກລົງຕາມການຍົກຍ້າຍຈັດສັນຂອງບ້ານຕ່າງໆ (ດັ່ງທີ່ໄດ້ກ່າວໃນ final RAP).

ແຜນຍຸດທະສາດໃນການຍົກຍ້າຍ - ອົງປະກອບຫຼັກ:

• ການຍົກຍ້າຍບ້ານໄປເຂດທີ່ປອດໄພຈາກນ້ຳຖ້ວມແມ່ນໃກ້ກັບເຂດໂຄງການທີ່ມີຢູ່ແລ້ວ
• ລະບົບຊົນລະປະທານລະດູແລ້ງ
• ເສັ້ນທາງສາມາດໄປມາໄດ້ທຸກສະພາບອາກາດ ແລະ ການສະໜອງໄຟຟ້າ
• ສະຖານທີ່ສາທາລະນະສຸກ ແລະ ການສຶກສາທີ່ໄດ້ປັບປຸງ
• ການຊ່ວຍເຫຼືອດ້ານວິຊາການ ເພື່ອສາມາດບັນລຸຄາດໝາຍລາຍຮັບ
ໄລຍະທີ 1 ໄດ້ຍົກຍ້າຍເກົ້າບ້ານໄປສອງເຂດຂະຫນາດໃຫຍ່ຄື: ຢູ່ ພູໝາກແໜ່ງ ແລະ ພູສະອາດ ລະຫວ່າງປີ 2009 ແລະປີ 2012. ການຈັດກຸ່ມບ້ານໃນວິທີການນີ້ ແມ່ນປະຕິບັດຕາມນະໂຍບາຍຂອງລັດຖະບານ ເພື່ອສະໜອງການບໍລິການ, ແຕ່ໃນເວລາດຽວກັນ ອີກສອງບ້ານ ເລືອກສະຖານທີ່ແຍກຕ່າງຫາກຢູ່ໃກ້ກັບຖະໜົນຫຼັກ. ໄລຍະທີ່ 2, ເລີ່ມຕົ້ນໃນປີ 2013, ກຳລັງຍົກຍ້ານ 12 ບ້ານ ຕາມແຄມນ້ຳຫີນບູນ ແຕ່ໄດ້ເລີ່ມມາດຳລົງຊີວີດແລ້ວໃນພື້ນທີ່ດັ່ງກ່າວ.