livelihoods

mushroom cultivationMay 2012 052 s

ສິ່ງທ້າທາຍຕໍ່ການຍົກຍ້າຍ ແລະ ການຈັດສັນ ແມ່ນການພັດທະນາຊີວິດຢ່າງຍືນຍົງພາຍຫຼັງທີ່ປະຊາຊົນໄດ້ຍ້າຍໄປສະຖານທີ່ໃໝ່. ພະແນກສັງຄົມ ແລະ ສິ່ງແວດລ້ອມຂອງ THPC ໄດ້ເຮັດວຽກຢ່າງໃກ້ຊິດກັບຄອບຄົວທີ່ໄດ້ຕັ້ງຖິ່ນຖານໃໝ່, ຈັດສັນ ແລະ ຄອບຄົວບ້ານເຈົ້າພາບ, ໃຫ້ການສະໜັບສະໜູນກ່ຽວກັບຂອບເຂດກິດຈະກໍາທີ່ສ້າງລາຍໄດ້.

ເກືອບໝົດທຸກຄົວເຮືອນຢູ່ໃນເຂດນັ້ນ ແມ່ນອີງໃສ່ການກະສິກໍາຂະໜາດນ້ອຍມາແຕ່ດັ້ງເດີມ, ກິດຈະກໍາການປູກຝັງ ແມ່ນຖືເປັນກະດູກສັນຫຼັງຂອງການດຳລົງຊີວິດ. ເປົ້າໝາຍແມ່ນເພື່ອສະໜອງທາງເລືອກໃຫ້ຊາວກະສິກອນ ທີ່ຈະປັບປຸງໂພຊະນາການໃຫ້ຄອບຄົວຂອງພວກເຂົາເຈົ້າ ແລະ ຂະຫຍາຍຜະລິດຕະພັນການເກີນດຸນທີ່ສາມາດຂາຍໄດ້ເພື່ອເພີ່ມລາຍໄດ້. ສາທິດການທົດລອງປູກພືດທີ່ແຕກຕ່າງ ແລະ ເຕັກນິກການລ້ຽງສັດ, ແລະ ສະໜອງເມັດພັນ, ເບ້ຍ ແລະ ສັດອ່ອນໃຫ້ແກ່ຊາວບ້າ.

ຊັບພະຍາກອນການດໍາລົງຊີວິດຢູ່ໃນບ້ານປະກອບມີ:

ນາລະດູຝົນ ຫຼື ນາເຂົ້າຊົນລະປະທານເພື່ອສະຫນອງໃຫ້ແກ່ການປູກພືດເຂົ້າເປັນອາຫານຫຼັກ. ຜັກສວນຄົວ, ປູກຜະລິດຕະພັນສໍາລັບການບໍລິໂພກພາຍໃນ ແລະ ຂາຍ ເຮັດຄອກລ້ຽງສັດລ້ຽງຂະໜາດນ້ອຍເປັນແຫຼ່ງທີ່ສໍາຄັນຂອງທາດໂປຼຕີນ ເກດພື້ນທີ່ປູກຫຍ້າສໍາລັບສັດລ້ຽງຂະຫນາດໃຫຍ່ບວກກັບການຝຶກອົບຮົມໃນການຕັດ ແລະກຽມອາຫານສັດ. ໜອງລ້ຽງປາດຸກ ແລະ ລູກກົບ ເພື່ອເປັນອາຫານ ແລະ ຂາຍ ໂຄງການໃຫ້ວັກຊີນການລ້ຽງສັດທັງໝົດ ໂດຍອາສາສະໝັກສັດຕະວະແພດບ້ານ ການຜະລິດພືດເສດຖະກິດຄື: ເຫັດ, ຜັກ, ສາລີ, ໝາກນັດ, ມັນຕົ້ນ, ຖົ່ວດິນ ແລະ ພືດຊື້ຂາຍອື່ນໆ ຜະລິດຕະພັນເຄື່ອງປ່າຂອງດົງ, ໂດຍສະເພາະແມ່ນຫວາຍ ຕະຫຼາດກະສິກໍາ ແລະ ເສດຖະກິດ ກ່ຽວກັບພືດພັນ

ຄົວເຮືອນທີ່ຍົກຍ້າຍສ່ວນໃຫຍ່ໃນປະຈຸບັນໄດ້ປູກຜັກ ແລະ ຕົ້ນໄມ້ໃຫ້ໝາກ ໃນສວນຄົວ, ແລະ ລ້ຽງສັດຂະໜາດນ້ອຍແບບດັ້ງເດີມ. ຄອບຄົວເຫຼົ່ານີ້ຍັງໄດ້ຮັບຕອນດິນເຂດເນີນສູງ, ຊຶ່ງຖືກນໍາໃຊ້ຕົ້ນຕໍແມ່ນສໍາລັບການຜະລິດເຂົ້າໃນສອງປີທໍາອິດຫຼັງຈາກຍົກຍ້າຍຈັດສັນ. ພືດເສດຖະກິດກໍແມ່ນໄດ້ປູກ, ລວມທັງ ຜັກທຽມ, ໝາກເຜັດ, ແລະ ຕົ້ນໄມ້ (ບົງ) ເປືອກທີ່ມີກິ່ນຫອມ ສໍາລັບເຮັດທູບ. ເພື່ອຮັບປະກັນຄວາມປອດໄພຂອງອາຫານ, ການຮັບປະກັນໃຫ້ມີເຂົ້າກິນຫຼາຍຂຶ້ນເພື່ອສະໜອງໃຫ້ແກ່ຄອບຄົວທີ່ມີບັນຫາໃນປູກເຂົ້າໃຫ້ພຽງພໍ.

ສອງບ້ານຍັງມີການເຂົ້າເຖິງການປະມົງອ່າງເກັບນ້ຳທີ່ມີຄຸນຄ່າ, ທີ່ສະໜອງໂອກາດດ້ານເສດຖະກິດຢ່າງໃຫຍ່ຫຼວງ. ຊາວບ້ານເຫຼົ່ານີ້ແມ່ນຄວາມຮັບຜິດຊອບສໍາລັບການຄຸ້ມຄອງຊັບພະຍາກອນດັ່ງກ່າວນີ້, ເຊີ່ງ THPC ແລະ ອົງການປົກຄອງເມືອງ ໄດ້ເຮັດວຽກຮ່ວມກັບຊາວບ້ານເພື່ອສ້າງຕັ້ງ ກຸ່ມປະມົງບ້ານ. ທຸລະກິດຂະໜາດນ້ອຍແມ່ນກຳລັງຂະຫຍາຍຕົວຢູ່ໃນບ້ານຍົກຍ້າຍຈັດສັນ ເຊີ່ງປະຊາຊົນຈະໄດ້ຮັບຜົນປະໂຫຍດໃນການສື່ສານ ແລະ ໂຄງລ່າງພື້ນຖານທີ່ດີຂຶ້ນ, ບວກກັບເງິນສົດເກີນດຸນທີ່ເພີ່ມຂຶ້ນໃນຂົງເຂດ.