monitoring

monitoring 2

ໂຄງການເທີນ-ຫີນບູນ ໄດ້ຖືກຕິດຕາມຢູ່ໃນຫຼາຍລະດັບ ເພື່ອຮັບປະກັນຄວາມປອດໄພດ້ານວິຊາການແລະ ຄວາມຖືກຕ້ອງ, ການປະຕິບັດຕາມມາດຕະຖານສິ່ງແວດລ້ອມ ແລະ ນະໂຍບາຍ, ແລະ ເພື່ອວັດແທກຄວາມຄືບໜ້າ ຫຼື ກໍານົດຄວາມຫຍຸ້ງຍາກທີ່ມີ ດ້ວຍການຈັດຕັ້ງປະຕິບັດບັນດາໂຄງການດ້ານສັງຄົມ ແລະ ບັນລຸ ຄາດໝາຍລາຍໄດ້ ແລະ ສະຫວັດດີການ.
ການຕິດຕາມກວດກາແມ່ນໄດ້ດໍາເນີນໂດຍ:

• ທີ່ປຶກສາດ້ານວິຊາການ ຂອງຜູ້ໃຫ້ກູ້ຢືມ (LTA)
ຄະນະຊ່ຽວຊານ LTA ໄປຢ້ຽມຢາມໂຄງການເປັນແຕ່ລະໄຕມາດ ເພື່ອທົບທວນຄືນຄວາມຄືບໜ້າໃນທົ່ວເຂດໂຄງການດັ່ງກ່າວ. ສະມາຊິກ LTA ລາຍງານໃຫ້ແກ່ທະນາຄານປ່ອຍເງິນກູ້ ແລະ THPC ກ່ຽວກັບລັກສະນະດ້ານວິຊາການ, ດ້ານສັງຄົມ ແລະ ສິ່ງແວດລ້ອມ, ຄວາມປອດໄພຂອງການເຮັດວຽກຂອງບໍລິສັດ. THPC ແມ່ນມີພັນທະເພື່ອປະຕິບັດຕາມການສະເໜີຂອງ LTA ເພື່ອໃຫ້ໂຄງການດັ່ງກ່າວເປັນໄປຕາມຄວາມຄາດຫວັງຂອງ ຜູ້ສະໜັບສະໜູນ, ໂດຍສະເພາະຕາມຫຼັກການສົມຜົນ.

• ພະແນກ ສັງຄົມ ແລະ ສິ່ງແວດລ້ອມ THPC (SED)
ໜ່ວຍງານ SED ແລະ ພະນັກງານພາກສະໜາມ ໄດ້ເກັບກໍາຂໍ້ມູນສະເພາະເປັນປົກະຕິເປັນສ່ວນໜຶ່ງໃນໜ້າທີ່ຂອງເຂົາເຈົ້າ, ໂດຍສະເພາະແມ່ນກ່ຽວກັບການດໍາລົງຊີວິດ ແລະ ການຟື້ນຟູສະຖານະພາບດ້ານສຸຂະພາບ ໃຫ້ແກ່ຊາວບ້ານຍົກຍ້າຍ. SED ໄດ້ດຳເນີນການສໍາຫຼວດປະຈໍາປີໃນທຸກໆບ້ານຢູ່ເຂດໂຄງການ, ດໍາເນີນໂດຍນັກຄົ້ນຄວ້າເອກະລາດ ກັບລັດຖະບານ ແລະ ພະນັກງານ THPC ຜູ້ທີ່ໄດ້ເກັບຂໍ້ມູນກ່ຽວກັບການພັດທະນາເສດຖະກິດ ແລະ ສາທາລະນະສຸກ. ຜົນໄດ້ຮັບແມ່ນຈັດພີມມາໃນເວັບໄຊທ໌ຂອງ THPC. ການສໍາຫຼວດ ຊ່ວຍໃຫ້ກໍານົດວ່າຊາວບ້ານແມ່ນໄດ້ບັນລຸເປົ້າໝາຍລາຍຮັບ ແລະ ເພື່ອຕອບສະໜອງຕາມຕົວຊີ້ວັດທີ່ສໍາຄັນອື່ນໆທີ່ກໍານົດເພື່ອວັດແທກສະຖານະພາບ ແລະ ຄວາມຍືນຍົງໃນສະພາບການທີ່ປ່ຽນໄປຂອງເຂົາເຈົ້າ. ຖ້າຫາກມີຈຸດອ່ອນ ຈະຕ້ອງດັດປັບຕາມຄວາມສາມາດອີງຕາມແຜນການຂອງ SED.

• ລັດຖະບານ
THPC ຈະລາຍງານໃຫ້ ແລະ ໄດ້ຮັບການຢ້ຽມຢາມເປັນປົກະຕິຈາກອົງການຈັດຕັ້ງຂອງລັດຖະບານຕ່າງໆ ລວມທັງໜ່ວຍງານການຄຸ້ມຄອງສິ່ງແວດລ້ອມຂອງກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ຄະນະກໍາມະການຍົກຍ້າຍຈັດສັນ ແລະ ຟື້ນຟູ ຂັ້ນແຂວງ ແລະ ເມືອງ, ໜ່ວຍງານຍົກຍ້າຍ / ຈັດສັນ ແລະ ກຸ່ມເຮັດວຽກຂອງເມືອງ.

• ທະນາຄານ
ການເປັນຜູ້ໃຫ້ກູ້ຢືມ, ລວມທັງເປັນ ຜູ້ສະໜອງທຶນທີ່ຜ່ານມາ, ທະນາຄານພັດທະນາອາຊີ ໄດ້ໄປ ຢ້ຽມຢາມເຂດພື້ນທີ່ຂອງໂຄງການປະຈໍາປີ ເພື່ອການກວດກາຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບບັນຫາທີ່ຍັງຄ້າງຄາຕ່າງໆ ໂດຍຄະນະບໍລິຫານ SED.