History1

History2

ໂຄງການ ເທີນ-ຫີນບູນເດີມ ແມ່ນໄດ້ດຳເນີນເພື່ອສະໜັບສະໜູນການຈະເລີນເຕີບໂຕເສດຖະກິດຂອງລາວ ໂດຍເສີມສ້າງລາຍໄດ້ເປັນເງິນຕາຕ່າງປະເທດຜ່ານການສົ່ງອອກໄຟຟ້າ. ໃນທ້າຍຊຸມປີ 1980 ລັດຖະບານໄດ້ກໍານົດທ່າແຮງເຂື່ອນໄຟຟ້າຂອງປະເທດ ເປັນຊັບພະຍາກອນທໍາມະຊາດທີ່ສໍາຄັນ ທີ່ຈະສາມາດຊ່ວຍສ້າງລາຍຮັບ ແລະ ພະລັງງານທີ່ຈໍາເປັນ ເພື່ອເປັນຈຸດເລີ່ມຕົ້ນການພັດທະນາເສດຖະກິດຂອງລາວຢ່າງໄວວາ.

ທ່າແຮງດ້ານພະລັງງານຂອງແມ່ນ້ຳເທີນ ເປັນທີ່ຍອມຮັບເປັນເວລາດົນນານ. ໃນປີ 1991, ລັດຖະບານໄດ້ເລີ່ມຕົ້ນການສຶກສາເພື່ອກໍານົດໃຫ້ເປັນໂຄງການທີ່ເໝາະສົມເພື່ອສະໜອງໄຟຟ້າສຳລັບການສົ່ງອອກ ແລະ ການສະໜອງພາຍໃນປະເທດໃນພາກກາງຂອງປະເທດລາວ. ການສຶກສາຄວາມເປັນໄປໄດ້ທີ່ໄດ້ເລີ່ມຕົ້ນໃນປີ 1992, ໃນເບື້ອງຕົ້ນສໍາລັບໂຄງການພາກລັດ. ເຊີ່ງເຫັນໄດ້ຊັດເຈນວ່າຕ້ອງການທຶນເພີ່ມ ແລະ ມີນັກລົງທຶນຕ່າງປະເທດໄດ້ເຂົ້າຮ່ວມໃນປີ 1993.

ການຜະລິດໄຟຟ້າ ແລະ ການບໍລິໂພກພາຍໃນ ໃນເວລານັ້ນແມ່ນຕ່ຳ: ປະເທດໄທແມ່ນແຫຼ່ງຕະຫຼາດສຳລັບພະລັງງານສ່ວນໃຫຍ່ ທີ່ໄດ້ພັດທະນາໃນປະເທດລາວ. ໃນເດືອນມິຖຸນາປີ 1993 ປະເທດລາວ ແລະ ປະເທດໄທ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ວ່າ ປະເທດລາວ ຈະສົ່ງອອກພະລັງງານໄຟຟ້າໄປໃຫ້ປະເທດໄທ. ໂຄງການເທີນ-ຫີນບູນໄດ້ ເປັນໂຄງການທີ່ເໝາະສົມທີ່ສຸດ ເປັນໂຄງການພັດທະນານີ້ລິເລີ່ມ.

ເທີນ-ຫີນບູນ: ເປັນໂຄງການບຸກເບີກ

ບໍລິສັດພະລັງງານໄຟຟ້າ ເທີນ-ຫີນບູນ ໄດ້ສ້າງຕັ້ງຂື້ນໃນປີ 1994 ໂດຍຜ່ານສັນຍາຜູ້ຖືຫຸ້ນລະຫວ່າງລັດຖະບານ ສປປລາວ, ບໍລິສັດ MDX ລາວພາບບິກ ປະເທດໄທ ແລະ Nordic Hydropower AB. ການສ້າງຕັ້ງ THPC ແມ່ນເປັນສິ່ງສໍາຄັນສໍາລັບສປປລາວໃນເວລານັ້ນ, ເປັນສັນຍາລັກຂອງນະໂຍບາຍເສດຖະກິດໃໝ່ ແລະ ການຮ່ວມມືກັບບັນດາປະເທດໃກ້ຄຽງ ແລະ ນັກລົງທຶນພາກເອກະຊົນ. ເທີນ-ຫີນບູນ ໄດ້ເປັນຂີດໝາຍການລົງທຶນທີໃຫຍ່ຄັ້ງທຳອິດພາຍໃຕ້ນະໂຍບາຍການລົງທຶນຕ່າງປະເທດໃໝ່ ແລະ ເປັນຄັ້ງທໍາອິດທີ່ລັດຖະບານທີ່ເຄີຍໄດ້ເຂົ້າຮ່ວມກັບພາກເອກະຊົນໃນການກໍ່ສ້າງເຂື່ອນໄຟຟ້າໄດ້ຢ່າງເປັນທາງການ

ລັດຖະບານໄດ້ ໄດ້ແຕ່ງຕັ້ງໃຫ້ ລັດວິສະຫະກິດໄຟຟ້າລາວ (ຟຟລ) ເປັນຜູ້ຖືຜົນປະໂຫຍດຂອງຕົນໃນໂຄງການ 60%, ໂດຍມີອີກສອງຜູ້ຖືຫຸ້ນ ຝ່າຍລະ 20%. ຈາກນັ້ນ THPC ໄດ້ເຊັນຂໍ້ຕົກລົງໃບອະນຸຍາດກັບລັດຖະບານ, ກ່ອນການເຈລະຈາຕໍ່ລອງສັນຍາຊື້ຂາຍໄຟຟ້າກັບລູກຄ້າຂອງຕົນ ຄື EGAT ແລະ ຟຟລ. MDX ຕໍ່ມາໄດ້ກາຍເປັນ GMS ລາວ, ໃນຂະນະທີ່ Nordic ເປັນສາຂາທີ່ເປັນເຈົ້າຂອງທັງໝົດຂອງ Scatec. ໃນປີ 2012 ຟຟລ ໄດ້ໂອນຫຸ້ນຂອງຕົນໃນ THPC ໃຫ້ແກ່ຂາສາຂອງຕົນ, ຟຟລ-Gen.

ການຈັດຕັ້ງປະຕິບັດໂຄງການໄດ້ເລີ່ມຕົ້ນໃນ ເດືອນພະຈິກປີ 1994, ການກໍ່ສ້າງໄດ້ສໍາເລັດພາຍໃຕ້ງົບປະມານ. ການດໍາເນີນງານດ້ານການຄ້າໄດ້ເລີ່ມຕາມການກຳນົດ ວັນທີ 31 ມີນາ 1998.