project partners

patrol

ຄູ່ຮ່ວມງານແມ່ນເປັນສິ່ງສໍາຄັນຕໍ່ກັບຜົນສໍາເລັດຂອງໂຄງການທີ່ສະລັບສັບຊ້ອນ ເຊັ່ນ: ເທີນ-ຫີນບູນ, ທີ່ເຮັດວຽກກ່ຽວກັບການຜະລິດດ້ານອຸດສາຫະກໍາລະດັບຕ່າງໆ, ການພັດທະນາທຸລະກິດ, ການວາງແຜນການທາງດ້ານສັງຄົມ, ການສະໜອງການບໍລິການສາທາລະນະ, ການອະນຸລັກສິ່ງແວດລ້ອມ, ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ.

ການເປັນຄູ່ຮ່ວມງານທີ່ໃກ້ຊິດກັບປະຊາຊົນທ້ອງຖິ່ນ ແລະ ອໍານາດການປົກຄອງແມ່ນສິ່ງຈໍາເປັນ, ແລະ THPC ຍັງຄົງມີຫ້ອງການຢູ່ໃນບ້ານຍົກຍ້າຍຈັດສັນ ແລະ ຢູ່ໃນບັນດາຕົວເມືອງ ຄູນຄຳ ແລະ ຫຼັກຊາວ ເພື່ອເຮັດໃຫ້ມີປຶກສາຫາລືເປັນໄປແບບເປີດເຜີຍເລື້ອຍໆໄປ. ຊາວບ້ານໃນພື້ນທີ່ຂອງໂຄງການແມ່ນສາມາດສະເໜີຄວາມຕ້ອງການ ຫຼື ຮ້ອງທຸກຂອງພວກເຂົາກັບ ພະນັກງານ THPC, ຜູ້ທີ່ມີການປະສານງານກັບການບໍລິການບ້ານ, ເມືອງ, ແລະ ຂັ້ນແຂວງ ໃນແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ ເພື່ອຮັບປະກັນການບັນລຸຄວາມມຸ້ງໝາຍຂອງໂຄງການ.

ໃນລະດັບສູນກາງ ບໍລິສັດໄດ້ມີການສົມທົບຢ່າງແໜ້ນແຟ້ນກັບພະແນກການຂອງລັດຖະບານເຊັ່ນ: ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຕ່າງໆ ທີ່ຈະຊ່ວຍນຳສົ່ງການບໍລິການໃນຂົງເຂດໂຄງການ: ສຸຂະພາບ, ການສຶກສາ ແລະ ການຂົນສົ່ງ. THPC ໄດ້ກ້າວໄປສູ່ການຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອໃຫ້ການບໍລິການພິເສດໃນຂະແໜງການເຫຼົ່ານີ້, ລວມທັງຄວາມຕ້ອງການພື້ນຖານ ແລະ ອົງການ Save the Children. ເພື່ອຊ່ວຍສ້າງກອບການຕອບສະໜອງທີ່ເໝາະສົມໃນບ້ານຕ່າງໆ, ບໍລິສັດຍັງໄດ້ເຮັດວຽກກັບອົງການສັງຄົມລາວຕ່າງໆ ເຊັ່ນ: COPE, ສູນພັດທະນາເດັກນ້ອຍດອນກອຍ, ແລະ PADETC.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ຕິດຕາມກວດກາ ການປະຕິບັດງານຂອງ THPC ກ່ຽວກັບຄຸນນະພາບຂອງນ້ຳໃນພື້ນທີ່ໂຄງການ ແລະ ນ້ຳຕອນລຸ່ມ, ແລະ ຍັງໃຫ້ການຊ່ວຍ ເຫຼືອໃນການສ້າງກອບມາດຕະການປົກປັກຮັກສາສິ່ງແວດລ້ອມໃນປ່າໄມ້ອ້ອມຂ້າງ. ອົງການຈັດຕັ້ງການອະນຸລັກສາກົນ, ໂດຍສະເພາະສະມາຄົມອະນຸລັກສັດປ່າໄດ້ໃຫ້ການຊ່ວຍເຫຼືອທີ່ມີຄຸນຄ່າ ແລະ ໃຫ້ຄໍາແນະນໍາໃນຂົງເຂດນີ້.

ການພົວພັນຢ່າງໃກ້ຊິດແມ່ນຄົງຮັກສາໄວ້ກັບລູກຄ້າສອງລາຍຂອງ THPC ຄື EGAT ແລະ ຟຟລ, ແລະ ແນ່ນອນ ກັບຜູ້ຖືຫຸ້ນຂອງບໍລິສັດ, ທັງໝົດນີ້ແມ່ນຜູ້ໃຫ້ບໍລິການ ທີ່ຊ່ວຍການດໍາເນີນງານຂອງໂຄງການ.