EDL Gen logoບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ


ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ເອີ້ນຫຍໍ້ວ່າ: ຜ-ຟຟລ) ເປັນບໍລິສັດຜະລິດໄຟຟ້າສາທາລະນະທີ່ຂຶ້ນກັບ ລັດວິສະຫະກິດໄຟຟ້າລາວ (ຟຟລ), ເປັນຫົວໜ່ວຍພະລັງງານຂອງປະເທດລາວ. ໃນປີ 2012 ຟຟລ ໄດ້ໂອນຫຸ້ນ 60% ໃນ THPC ໃຫ້ແກ່ ຟຟລ-Gen, ເຮັດໃຫ້ເຂື່ອນໄຟຟ້າເທີນ-ຫີນບູນ ເປັນໜຶ່ງໃນຈຳນວນ 7 ເຂື່ອນ ທີ່ຂຶ້ນກັບ ຜ-ຟຟລ. ຫຼັງຈາກໄດ້ຮັບການສ້າງຕັ້ງຂຶ້ນໃນ 1959, ຟຟລ ເຫັນໄດ້ເຖິງຄວາມຈຳເປັນໃນການຂະຫຍາຍກຳລັງການຜະລິດ ແລະ ເພີ່ມຂີດຄວາມສາມາດໃນການນຳສົ່ງກະແສໄຟຟ້າຢູ່ພາຍໃນປະເທດ  ຕັ້ງແຕ່ປະກາດເອກະລາດໃນປີ 1975 ແລະ ຍັງມີຄວາມຮັບຜິດຊອບໃນການສົ່ງໄຟຟ້າໄປໃຫ້ແກ່ທຸກໆຄົວເຮືອນໃນຂອບເຂດທົ່ວປະເທດ. ໃນປີ 1995 ມີພຽງ 16% ຂອງຄົວເຮືອນໃນຂອບເຂດທົ່ວປະເທດທີ່ມີໄຟຟ້າໃຊ້, ແຕ່ມາຮອດທ້າຍປີ 2016 ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເຖີງ 90%, ເຊິ່ງທັງໝົດນັ້ນລ້ວນແລ້ວແຕ່ໄດ້ມາຈາກຂະແໜງໄຟຟ້ານ້ຳຕົກ.


GMS Power International LogoGMS Power


GMS ເປັນບໍລິສັດຂອງປະເທດໄທ, ເປັນບໍລິສັດຜະລິດພະໄຟຟ້າເອກະລາດໃນອະນຸພາກພື້ນແມ່ນ້ຳຂອງ (GMS). GMS ຖືຫຸ້ນ 20% ໃນ THPC ຕັ້ງແຕ່ເບື້ອງຕົ້ນ ເຊີ່ງໃນເມື່ອກ່ອນແມ່ນເປັນທີ່ຮູ້ຈັກກັນໃນຊື່ MDX Power.


Logo scatec stor rgbScatec


Scatec ເປັນບໍລິສັດແຖວໜ້າໃນການພັດທະນາພະລັງງານທົດແທນ ທີ່ມີຄວາມມຸ່ງໝັ້ນໃນການສ້າງເງື່ອນໄຂເພື່ອເຂົ້າເຖິງແຫຼ່ງພະລັງງານທີ່ສະອາດໃນລາຄາທີ່ເໝາະສົມ ແລະ ເປັນທີ່ຍອມຮັບໄດ້ໃນຕະຫຼາດທີ່ມີການຂະຫຍາຍໂຕສູງ. ນັບຕັ້ງແຕ່ Scatec (ອະດີດ Scatec Solar) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007 ໂດຍ ທ່ານ Alf Bjørseth ແລະ ການຊື້ຮຸ້ນຂອງ ບໍລິສັດ SN Power ໃນປີ 2021, Scatec ໄດ້ຮັບຄວາມຮູ້ ແລະ ປະສົບການຢ່າງກວ້າງຂວາງໃນລະບົບຂອງໂຮງໄຟຟ້າພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານນ້ໍາ ແລະ ການກັກຕຸນພະລັງງານ.