benefits 1

Benefits2THXPMar20120360

benefits 3

benefits1

Khounkham village in 1997 (above) and 2012 (below)

benefits2

• ລາຍຮັບ
ແຕ່ປີ 1998-2011 THPC ໄດ້ປະກອບສ່ວນ 313 ລ້ານໂດລາສະຫະລັດອາເມລິກາ ເຂົ້າງົບປະມານຂອງລັດຖະບານ ສປປລາວ ໂດຍຜ່ານ ເງິນປັນຜົນ, ຄ່າພາກຫຼວງ, ອາກອນ, ແລະ ຫຸ້ນສ່ວນ. ການຈ່າຍເງິນໃຫ້ກັບລັດໄດ້ເພີ່ມຂຶ້ນຫຼັງຈາກໂຄງການຂະຫຍາຍ ໄດ້ສຳເລັດ.
• ການລົງທຶນໃນຊຸມຊົນ
THPCຍັງໄດ້ເພີ່ມການປະກອບສ່ວນຂອງຕົນໃຫ້ແກ່ຊຸມຊົນທ້ອງຖິ່ນໃນໄລຍະການຂະຫຍາຍ. ເຊັ່ນດຽວກັນກັບການປັບປຸງເງື່ອນໄຂການດໍາລົງຊີວິດ ໃຫ້ແກ່ປະຊາຊົນຫຼາຍກວ່າ 6,000 ຄົນຢູ່ໃນບ້ານຍົກຍ້າຍຈັດສັນ ໂດຍມີທີ່ພັກອາໃສ, ສາທາລະນະສຸກ ແລະ ການດູແລທາງດ້ານສັງຄົມ, ນ້ຳແລະ ສຸຂະພິບານທີ່ດີຂຶ້ນ, ໂຄງການດັ່ງກ່າວຍັງໄດ້ເພີ່ມທາງເລືອກໃຫ້ປະຊາຊົນເພື່ອອະນາຄົດຂອງເຂົາເຈົ້າ ໂດຍຜ່ານການປັບປຸງການສຶກສາ, ການສື່ສານ ແລະ ໂຄງລ່າງພື້ນຖານດ້ານການຄ້າ ແລະພະລັງງານ. ສິ່ງດຽວກັນນີ້ແມ່ນດຳເນີນຢູ່ໃນເຂດແມ່ນ້ຳຕອນລຸ່ມ ເຊີ່ງທີ່ພັກອາໃສໃໝ່ ແລະ ສິ່ງອຳນວຍຄວາມສະດວກແມ່ນໄດ້ຂະຫຍາຍໄປເຖີງ 23 ບ້ານ ຕາມການສະເໜີຂອງບັນດາຊຸມຊົນ. ການຊົດເຊີຍເງິນສົດ, ລະບົບການປ່ອຍສິນເຊື່ອຂອງບ້ານ ແລະ ບັນດາໂຄງການເພື່ອການດໍາລົງຊີວິດ ທີ່ໄດ້ໃຫ້ຄໍາແນະນໍາດ້ານວິຊາການ, ເຄື່ອງມື ແລະ ການສະໜອງຕ່າງໆ ແມ່ນລວມໃນຊຸດຍົກຍ້າຍ ແລະ ຈັດສັນ. ໃນຂະນະດຽວກັນນັ້ນ, ການກໍ່ສ້າງ ຫຼື ການຂະຫຍາຍ ແລະ ສ້ອມແປງ ຫົກລະບົບຊົນລະປະທານ ແມ່ນໄດ້ເພີ່ມ ທ່າແຮງດ້ານກະສິດກຳໃນພື້ນທີ່.
• ການຈ້າງງານ
ໃນໄລຍະການກໍ່ສ້າງ, THPC ໄດ້ສະໜອງລາຍໄດ້ທີ່ມີຄຸນຄ່າ ແລະ ໂອກາດການຝຶກອົບຮົມໃຫ້ແກ່ພະນັກງານລາວກວ່າພັນຄົນ. ໃນລະດັບສຸດສູງສຸດ, ໂຄງການຂະຫຍາຍ ໄດ້ສະໜອງວຽກເຮັດງານທໍາໃຫ້ແກ່ 2,500 ຄົນ, ຜູ້ຍິງປະມານ 65% ແມ່ນເປັນຄົນລາວ, ໂດຍສ່ວນໃຫຍ່ມາຈາກສອງແຂວງເຈົ້າພາບ. ຄ່າແຮງງານທີ່ໄດ້ຈ່າຍຄ່າຈ້າງແກ່ພະນັກງານເຫຼົ່ານີ້ ແມ່ນເປັນການສະໜອງຜົນປະໂຫຍດດ້ານເສດຖະກິດທາງກົງໃນທ້ອງຖິ່ນ.
• ການສ້າງ-ທັກສະຄວາມສາມາດ
THPC ສືບຕໍ່ເພື່ອສະໜອງໂອກາດການຈ້າງງານຄຸນນະພາບ ໃນລະຫວ່າງອາຍຸການປະຕິບັດງານຂອງໂຮງໄຟຟ້າ, ການຝຶກອົບຮົມພະນັກງານລາວ ກ່ຽວກັບທັກສະຕ່າງໆ ລວມທັງວຽກງານວິສະວະກໍາ, ດ້ານສຸຂະພາບ, ແລະ ວຽກສັງຄົມ, ການສົ່ງເສີມກະສິກໍາ, ວິສະວະກໍາການບໍລິຫານ ແລະ ສິ່ງແວດລ້ອມ. ພະນັກງານປະມານ 99% ຂອງ THPC ແມ່ນສັນຊາດລາວ.
• ການສົ່ງອອກໄຟຟ້າແຫ່ງຊາດ
ພະລັງງານເກືອບ 95% ຂອງ THPC ແມ່ນສົ່ງອອກໄປປະເທດໄທ (ທີ່ສ້າງປະສິດທິພາບຕາຂ່າຍໄຟຟ້າຂອງໄທຢ່າງຫຼວງຫຼາຍ), ໄຟຟ້າທີ່ໄດ້ຂາຍໃຫ້ແກ່ ຟຟລ ມີຄວາມສໍາຄັນຢ່າງໃຫຍ່ຫຼວງກັບປະເທດລາວ. ໃນໄລຍະສິບຫ້າປີທໍາອິດຂອງໂຄງການ, ໄຟຟ້າ THPC ໄດ້ຊ່ວຍການຫັນປ່ຽນເສດ ຖະກິດໃນ ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ, ເຮັດໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງປະສົບຜົນສຳເລັດ, ມີບາງບ່ອນສາມາດເຮັດໄດ້ກ່ອນ, ແລະ ຂະຫຍາຍໄຟຟ້າໃຫ້ປະຊາຊົນເປັນພັນຄົນ ຜູ້ທີ່ເຄີຍຢູ່ໃນຄວາມມືດໃນທຸກຕອນແລງ. ສະຖານີພະລັງງານ 60 ເມກາວັດ ນ້ຳຍວງ ສ້າງໂດຍໂຄງການຂະຫຍາຍ ທີ່ສະໜອງໄຟຟ້າສະເພາະໃຫ້ແກ່ ຟຟລ ແລະ ເຊື່ອມຕໍ່ກັບ ສະຖານີຍ່ອຍ ແລະ ລະບົບສາຍສົ່ງໄຟຟ້າໃໝ່. ສິ່ງນີ້ເຮັດໃຫ້ສາມາດເພີ່ມການສະໜອງພະລັງງານໃຫ້ ແຂວງບໍລິຄໍາໄຊ ແລະ ຄໍາມ່ວນ, ການເພີ່ມການສະໜອງພະລັງງານໃຫ້ແກ່ສອງແຂວງນີ້ ເຮັດໃຫ້ການຂະຫຍາຍການຜະລິດເຊື່ອມຕໍ່ສູ່ຕົວເມືອງທີ່ສຳຄັນ, ແລະ ສະໜັບສະໜູນການຂະຫຍາຍໄຟຟ້າສູ່ຊົນນະບົດ.
• ພື້ນຖານໂຄງລ່າງ
ໂຄງການເທີນ-ຫີນບູນ ໄດ້ປະກອບສ່ວນທີ່ສໍາຄັນໃນການປັບປຸງກັບຕາໜ່າງເສັ້ນທາງໃນເຂດພື້ນທີ່, ປັບປຸງເສັ້ນທາງແຫ່ງຊາດເລກທີ 8 ແລະ 1D, ແລະ ແທນທີ່ດ້ວຍການຮັບສົ່ງຂ້າມຟາກໂດຍມີຂົວໄດ້ມາດຕະຖານສາກົນ ເຮັດໃຫ້ສາມາດເຂົ້າເຖິງຖະໜົນຫົນທາງໄດ້ຕະຫຼອດປີ. ນອກຈາກນັ້ນ, ເສັ້ນທາງທຸກສະພາບອາກາດ ແລະ ໃນທົ່ວບ້ານຍົກຍ້າຍຈັດສັນ, ເຮັດໃຫ້ປະຊາຊົນໃນທ້ອງຖິ່ນຈໍານວນຫຼາຍ ເຂົ້າເຖີງຕະຫຼາດ ແລະ ການບໍລິການທົ່ວໄປເປັນຄັ້ງທໍາອິດ.
• ການປົກປັກຮັກສາສິ່ງແວດລ້ອມ
THPC ໄດ້ເຮັດວຽກກັບອໍານາດການປົກທ້ອງຖິ່ນ ແລະ ສູນກາງໃນການປົກປ້ອງອ່າງໂຕ່ງນ້ຳອ້ອມຮອບແມ່ນ້ຳເຂດໂຄງການ, ແລະ ຍັງໄດ້ສົ່ງເສີມ ແລະ ສຶກສາອົບຮົມປະຊາຊົນທ້ອງຖິ່ນເພື່ອໃຫ້ຄຳນຶງເຖີງສັດປ່າ ແລະ ສິ່ງແວດລ້ອມ. ການພັດທະນາຊີວະນາໆພັນໃນເຂດໂຕ່ງນ້ຳ ແລະ ແຜນການປົກປັກຮັກສານີ້ ຈະຖືກປະຕິບັດຮ່ວມກັບບັນດາກຸ່ມອະນຸລັກສັດປ່າ ແລະ ອໍານາດການປົກຂັ້ນສູນກາງ. ແຜນການດັ່ງກ່າວ ໄດ້ສ້າງຕັ້ງເຂດປ້ອງກັນຂັ້ນແຂວງທີ່ອ້ອມຮອບ ອ່າງເກັບນ້ຳ ນ້ຳຍວງ ແລະ ຟື້ນຟູປ່າຊຸດໂຊມ ແລະ ເຂດກະສິກໍາເຂດພູດອຍເກົ່າໃນເຂດໂຕ່ງນ້ຳ. ບໍລິສັດໄດ້ຕິດຕັ້ງລະບົບບຳບັດນ້ຳ ແລະ ສະຖານທີ່ກຳຈັດສິ່ງເສດເຫຼືອໃນ ຄູນຄຳ, ເປັນຕົວຢ່າງທໍາອິດຂອງການບໍລິການດັ່ງກ່າວໃນຂົງເຂດ. ສະຖານທີ່ເຫຼົ່ານີ້ໄດ້ຖືກນໍາໃຊ້ໂດຍ ບໍລິສັດ ແລະ ບັນດາບ້ານໃນທ້ອງຖິ່ນ ແລະ ການບໍລິຫານ.
• ການເກັບກູ້ລະເບີດ ທີ່ບໍ່ທັນແຕກ
ປະເທດລາວສ່ວນໃຫຍ່ແມ່ນຍັງມີລະເບີດບໍ່ທັນແຕກຝັງຢູ່ທີ່ເຮັດໃຫ້ເສຍຊີວິດໄດ້ (ລູກລະເບີດທີ່ບໍ່ທັນແຕກ), ສ່ວນໃຫຍ່ແມ່ນຫຼົງເຫຼືອຈາກສົງຄາມແຫຼມອິນດູຈີນຊຸມປີ 1960-70. ພື້ນທີ່ອ້ອມຮອບເຂດໂຄງການເທີນ-ຫີນບູນ ແມ່ນໄດ້ມີການເອົາໃຈໃສ່ສູງກ່ຽວກັບລະເບີດ ແລະ ວັດຖະລະເບີດທີ່ເປັນໄພຂົ່ມຂູ່ຮ້າຍແຮງໃຕໍ່ປະຊາຊົນ ໃນການດໍາລົງຊີວິດ. THPC ໄດ້ເກັບກູ້ໃນເນື້ອທີ່ກວ່າ 136 ເຮັກຕາ ຂອງເນື້ອທີ່ລູກລະເບີດທີ່ບໍ່ທັນແຕກ ເຊັ່ນດຽວກັນກັບການດຳເນີນ ການກຳຈັດວັດຖຸທີ່ໄດ້ຄົ້ນພົບ ແລະ ການສຶກສາຊຸມຊົນກ່ຽວກັບອັນຕະລາຍຂອງລະເບີດ.