ຕົ້ນແບບແນະນຳ ສໍາລັບເຂື່ອນໄຟຟ້າແບບຍືນຍົງຢູ່ໃນ ສ.ປ.ປ. ລາວ

THPC ໄດ້ດໍາເນີນ ໂຮງໄຟຟ້ານໍ້າຕົກເທີນ-ຫີນບູນ ຢູ່ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ, ປະເທດລາວ. ການຂະຫຍາຍໂຄງການພະລັງງານໃໝ່ ແມ່ນໄດ້ສໍາເລັດໃນປີ 2012 ແລະ ໄດ້ເປີດເປັນທາງການ ໃນ ເດືອນມັງກອນ 2013.

ຜູ້ຜະລິດພະລັງງານເອກະລາດ ເພື່ອຕອບສະຫນອງໄຟຟ້າໃຫ້ປະເທດໄທ ແລະ ປະເທດລາວ, THPC ເປັນຫຸ້ນສ່ວນລະຫວ່າງລັດ ແລະ ເອກະຊົນ, ເປັນເຈົ້າຂອງໂດຍບໍລິສັດລາວ ຮ່ວມກັບນັກລົງທຶນຈາກປະເທດໄທ ແລະ ສະແກນດີນາເວຍ.

THPC ໄດ້ມຸ່ງໝັ້ນເພື່ອປະກອບສ່ວນໃນການພັດທະນາເສດຖະກິດ ແລະ ສັງຄົມໃນປະເທດລາວ ໃນຂະນະທີ່ຮັກສາສິ່ງແວດລ້ອມ. ການປະຕິບັດງານໄດ້ຖືກອອກແບບມາເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສ.ປ.ປ. ລາວ, ແລະ ເພື່ອຕອບສະໜອງຢ່າງໜ້ອຍໃນມາດຕະຖານຂອງຫຼັກການສົມຜົນ ແລະ ນະໂຍບາຍການປົກປ້ອງຄຸ້ມຄອງຂອງທະນາຄານພັດທະນາອາຊີ.

ນັບຕັ້ງແຕ່ເລີ່ມຕົ້ນ, THPC ໄດ້ປະກອບສ່ວນທີ່ສໍາຄັນເພື່ອການພັດທະນາ ປະເທດລາວ, ສະໜອງລາຍໄດ້ທີ່ມີຄຸນຄ່າເປັນເງິນຕາຕ່າງປະເທດ, ໄຟຟ້າສໍາລັບການຂະຫຍາຍຕົວອຸດສາຫະກໍາ ແລະ ປັບປຸງສະພາບພາຍໃນ, ບວກກັບການຈ້າງງານ ແລະ ຝຶກອົບຮົມສໍາລັບ ພະນັກງານໃນທ້ອງຖິ່ນເປັນພັນໆຄົນ. ນີ້ເປັນທຸລະກິດບຸກເບີກ ທີ່ໄດ້ປູທາງສໍາລັບໂຄງການລົງທຶນອື່ນໆທີ່ສໍາຄັນ ແລະ ສໍາລັບການເຕີບໂຕຂອງເສດຖະກິດໃນທົ່ວປະເທດໄດ້.