about thpc

ບັນດາຜູ້ຖືຮຸ້ນ ຫຼື ເຈົ້າຂອງ ຂອງບໍລິສັດ ໄຟຟ້າ ເທີນ-ຫີນບູນ ປະກອບດ້ວຍ 3 ບໍລິສັດຄື: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ມີຫຸ້ນ 60%, ບໍລິສັດ GMS International Pte ຈຳກັດ ແລະ ບໍລິສັດ Nordic Hydropower AB ແມ່ນຖືຫຸ້ນຝ່າຍລະ 20%. ພະນັກງານທັງໝົດຂອງ THPC ໃນປະຈຸບັນມີປະມານ 120 ຄົນ ເຊິ່ງສ່ວນໃຫຍ່ແມ່ນປະຈຳຢູ່ ຫ້ອງການພາກສະໜາມ ເມືອງຄູນຄຳ, ແຂວງຄໍາມ່ວນ ແລະ ຈຳນວນໜຶ່ງແມ່ນປະຈຳຢູ່ສຳນັກງານໃຫຍ່ ຕັ້ງຢູ່ນະຄອນຫຼວງວຽງຈັນ. ໃນນັ້ນ, ພະນັກງານຫຼາຍກວ່າ 99% ແມ່ນເປັນຄົນລາວ.

ບໍລິສັດມີຄວາມມຸ່ງໝັ້ນທີ່ຈະພັດທະນາຊັບພະຍາກອນໄຟຟ້ານໍ້າຕົກຢູ່ໃນ ສປປ ລາວ ດ້ວຍວິທີການທີ່ມີປະສິດທິຜົນ ແລະ ມີຄວາມຍືນຍົງ ເພື່ອຊ່ວຍຍົກລະດັບການພັດທະນາຂອງປະເທດໃຫ້ກ້າວໄປສູ່ລະດັບອັນໃໝ່. ພວກເຮົາເຊື່ອວ່າ ບັນດາໂຄງການໄຟຟ້ານໍ້າຕົກ ທີມີລະບົບບໍລິຫານຈັດການທີ່ດີ ສາມາດນໍາເອົາຜົນປະໂຫຍດໄລຍະຍາວມາໃຫ້ແກ່ປະຊາຊົນ ແລະ ສິ່ງແວດລ້ອມຢູ່ທົ່ວເຂດພື້ນທີ່ໂຄງການ, ເຊັ່ນດຽວກັນກັບການພັດທະນາເສດຖະກິດຂອງປະເທດ.