ກ່ຽວກັບການສຶກສາ ແລະ ການປຶກສາຫາລື ທີ່ໄດ້ດໍາເນີນເພື່ອການຂະຫຍາຍໂຄງການໃນປີ 2007, THPC ໄດ້ພັດທະນາ ແຜນປະຕິບັດດ້ານສາທາລະນະສຸກໃນປີ 2008, ໄດ້ອອກແບບເພື່ອປັບປຸງການບໍລິການດ້ານສາທາລະນະສຸກ ແລະ ຄວາມຮັບຮູ້ກ່ຽວກັບບັນຫາສຸຂະພາບ ລະຫວ່າງບັນດາກຸ່ມປະຊາຊົນທີ່ຖືກກະທົບຈາກໂຄງການ. ພາຍໃຕ້ຂໍ້ຕົກລົງກັບຫ້ອງການສາທາລະນະສຸກເມືອງ ຫີນບູນ ແລະ ຄຳເກີດ, ແຜນການມີຈຸດປະສົງເພື່ອສະໜອງ:
• ການດູແລສຸຂະພາບສໍາລັບຊາວບ້ານຟຣີ ຫຼັງຈາກການຍົກຍ້າຍຈັດສັນ (ຊຸມຊົນເຈົ້າພາບ ແລະ ຍົກຍ້າຍມາ)
• ຕິດຕາມກວດກາສຸຂະພາບສໍາລັບປະຊາຊົນທັງໝົດທີ່ຢູ່ໃນບ້ານຍົກຍ້າຍຈັດສັນ.
• ໂພຊະນາການທີ່ດີກວ່າ ແລະ ອັດຕາຂອງພະຍາດເລືອດຈາງໃນແມ່ຍິງທີ່ມີອາຍຸຮັບຜິດຊອບລູກໃຫ້ຫຼຸດຕ່ຳລົງ
• ການສຶກສາເພື່ອຫຼຸດການແຜ່ເຊື້ອພະຍາດຕິດຕໍ່ລວມທັງ STDs ແລະ HIV / AIDS, ແລະ ຫຼຸດຜ່ອນຄວາມສ່ຽງເກີດອຸປະຕິເຫດບົນເສັ້ນທາງ
• ປັບປຸງໃຫ້ສາມາດເຂົ້າເຖີງການບໍລິການດ້ານສາທາລະນະສຸກ ສໍາລັບປະຊາຊົນທັງໝົດທີ່ຖືກກະທົບຈາກໂຄງການ.
ພາຍໃຕ້ໂຄງການຂະຫຍາຍ, ໃນປະຈຸບັນໄດ້ມີຫ້າຄລີນິກກໍ່ສ້າງສໍາເລັດ ແລະ ສອງຄລີນິກແມ່ນຢູ່ໃນໄລຍະການກໍ່ສ້າງ. THPC ເຮັດວຽກຢ່າງໃກ້ຊິດກັບອໍານາດການປົກຄອງທ້ອງຖິ່ນ ເພື່ອຮັບປະກັນໃຫ້ຄລີນິກໃໝ່ ປະກອບດ້ວຍ ທັກສະ, ລະບົບ ແລະ ທັດສະນະຕ່າງໆທີ່ດີກວ່າເກົ່າ ເພື່ອທີ່ຈະເຮັດໃຫ້ການບໍລິການດ້ານສາທາລະນະສຸກສາມາດສືບຕໍ່ພັດທະນາໃນໄລຍະຍາວ. ພາກສ່ວນຂອງໂຄງການສາທາລະນະສຸກໄດ້ຖືກສົ່ງມອບໃຫ້ແກ່ໜ່ວຍງານຂອງເມືອງຢ່າງປະສົບຜົນສໍາເລັດ ຖືເປັນສ່ວນໜຶ່ງຂອງຂະບວນທີ່ຄ່ອຍໆດຳເນີນໄປ ເພື່ອຮັບປະກັນຄວາມເປັນເຈົ້າຂອງໃນທ້ອງຖິ່ນ.
ການບໍລິການແມ່ ແລະ ເດັກ ທີ່ແຜ່ຂະຫຍາຍພາຍໃຕ້ໂຄງການໃນປະຈຸບັນ ກວມເອົາຫຼາຍກວ່າ 100 ບ້ານ, ໄດ້ມີການກວດເຊັກກ່ອນ ແລະ ຫຼັງເກີດລູກ ໃຫ້ແມ່ ແລະ ເດັກ, ຕິດຕາມການຂະຫຍາຍຕົວຂອງເດັກນ້ອຍ, ການສຶກສາດ້ານສຸຂະພາບ, ແລະ ການສັກຢາປ້ອງກັນ.
ເພື່ອຊ່ວຍໃຫ້ຊາວບ້ານໄດ້ຮັບຄຸນຄ່າເຕັມຈາກນ້ຳປະປາ ແລະ ຫ້ອງນໍ້າໃໝ່ຂອງເຂົາເຈົ້າ, ໂຄງການຊຸມຊົນ ກ່ຽວກັບຫຼັກການອະນາໄມ ແລະ ໂພຊະນາການ ແມ່ນກຳລັງຢູ່ລະຫວ່າງການກຽມການ. ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈດີກວ່າເກົ່າ ວ່າບັນຫາສຸຂະພາບຂອງເຂົາເຈົ້າສາມາດປ້ອງກັນໄດ້ແນວໃດ, ຜູ້ສອນຂອງຊຸມຊົນ ໄດ້ຈັດການປຶກສາຫາລື ແລະ ການສາທິດ ກ່ຽວກັບການເຊື່ອມຕໍ່ລະຫວ່າງພຶດຕິກໍາແລະ ການເຈັບເປັນ, ສະເໜີວິທີແກ້ໄຂປັນຫາພາຍໃນເຮືອນ. ຕົວຢ່າງ: ທີມງານໄດ້ຈັດຫ້ອງຮຽນການປຸງແຕ່ງອາຫານໃຫ້ແມ່ຂອງເດັກນ້ອຍຍັງອ່ອນ, ສະແດງໃຫ້ເຫັນແມ່ຍິງສາມາດປະສົມສ່ວນປະກອບອາຫານທີ່ມີຢູ່ໃນທ້ອງຖິ່ນເພື່ອໃຫ້ໄດ້ອາຫານທີ່ຫຼາກຫຼາຍ, ໄດ້ທາດໂປຼຕີນ, ອຸດົມໄປດ້ວຍວິຕາມິນໃຫ້ແກ່ຄອບຄົວຂອງເຂົາເຈົ້າ. ນອກນັ້ນຍັງເນັ້ນໃສ່ ຄວາມສໍາຄັນຂອງການນໍາໃຊ້ວິດຖ່າຍ, ການລ້າງມື ແລະ ເຮັດຄວາມສະອາດພາຊະນະເຄື່ອງໃຊ້.
THPC ມີຜູ້ຕິດຕາມດ້ານສາທາລະນະສຸກໃນແຕ່ລະບ້ານ ເພື່ອທີ່ຈະຮັບຮູ້ກ່ຽວກັບຄວາມຕ້ອງການພິເສດຂອງຊຸມຊົນ. ຄອບຄົວທີ່ມີຄວາມສ່ຽງ ແລະ ບຸກຄົນທີ່ມີບັນຫາດ້ານສຸຂະພາບເປັນພິເສດ ໄດ້ຖືກກໍານົດໃນແຕ່ລະບ້ານ ແລະ ສະຫວັດດີການຂອງເຂົາເຈົ້າໄດ້ຖືກຕິດຕາມຢ່າງໃກ້ຊິດ. ວິທີແກ້ໄຂສະເພາະກັບສິ່ງທ້າທາຍສະເພາະບຸກຄົນບາງເທື່ອກໍເປັນໄປໄດ້, ໂດຍນໍາໃຊ້ຊັບພະຍາກອນຂອງທີມງານງານ SED ຕ່າງໆ.