ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2025, ອົງການປົກຄອງເມືອງຄູນຄຳ, ອົງການປົກຄອງບ້ານນ້ຳສະນາມ, ຄູນຄຳ, ຄູນແກ້ວ ແລະ ບ້ານນາຂາມ ໄດ້ຮ່ວມກັບບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ  ຈັດພິທີປ່ອຍປາເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ ຢູ່ອ່າງນ້ຳທ້າຍເຮືອນຈັກ ບ້ານນ້ຳສະນາມ, ເມືອງຄູນຄຳ, ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຄູນຄຳ ແລະ ຕາງໜ້າຜູ້ບໍລິຫານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ. ນອກນັ້ນຍັງມີຄະນະນຳເມືອງຄູນຄຳ, ອົງການປົກຄອງ ບ້ານທີ່ກ່ຽວຂ້ອງ ບັນດາແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເລຂາພັກເມືອງ, ເຈົ້າເມືອງ ເມືອງຄູນຄຳ ໄດ້ກ່າວວ່າ: “ເມືອງຄູນຄຳເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ ແລະ ສັດນ້ຳ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ ແມ່ນໄດ້ອາໃສທຳມະຊາດແຕ່ດົນນານມາຫຼາຍຍຸກສະໄໝ ມາຮອດປະຈຸບັນນີ້ເຫັນວ່າຊັບພະຍາກອນທຳມະຊາດແມ່ນຫຼຸດນ້ອຍຖອຍລົງຍ້ອນຫຼາຍປັດໃຈ. ສະນັ້ນ, ເພື່ອເປັນການເພີ່ມຄວາມອຸດົມສົມບູນ ແລະ ອະນຸລັກຊັບພະຍາກອນ ສັດນ້ຳ ໃຫ້ມີຄວາມຍືນຍົງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄູນຄຳ ໄດ້ສົມທົບກັບບໍລິສັດIMG 2958 ເທີນ-ຫີນບູນ ຈັດພິທີປ່ອຍປາໃນມື້ນີ້ຂຶ້ນ. ນອກນັ້ນ, ທ່ານເລຂາພັກເມືອງຄູນຄຳ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ປະກອບສ່ວນງົບປະມານໃນການຈັດພິທີປ່ອຍປາໃນຄັ້ງນີ້”.

ທ່ານ ວັນໄຊ ສວນເທບພາໄນ, ຫົວໜ້າພະແນກພັດທະນາແບບຍືນຍົງ ແລະ ປະຕິບັດນິຕິກຳ, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ໃຫ້ຮູ້ວ່າວ່າ: ພິທີປ່ອຍປາດັ່ງກ່າວເປັນທິດທາງຂອງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ພາຍໃຕ້ການປະສານສົມທົບກັບອົງການປົກຄອງເມືອງຄູນຄຳ ທັງສອງພາກສ່ວນຈຶ່ງໄດ້ຕົກລົງເປັນເຈົ້າພາບຮ່ວມກັນຈັດພິທີປ່ອຍປາໃນມື້ນີ້ຂຶ້ນ ຊຶ່ງແມ່ນໜຶ່ງໃນກິດຈະກຳຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການສົ່ງເສີມສິ່ງແວດລ້ອມຂອງບໍລິສັດ. ກິດຈະກຳດັ່ງກ່າວຈະຈັດປີລະ 01 ຄັ້ງ ໂດຍໝູນວຽນໄປຈັດຢູ່ບັນດາເມືອງເປົ້າໝາຍເຊັ່ນ: ເມືອງຄຳເກີດ, ເມືອງຄູນຄຳ ແລະ ເມືອງຫີນບູນ. ກິດຈະກຳການປ່ອຍປາ ແມ່ນມີຈຸດປະສົງເພື່ອເປັນການເພີ່ມຈຳນວນປະຊາກອນປາ ແລະ ຄວາມອຸດົມສົມບູນໃຫ້ແກ່ລະບົບນິເວດຢູ່ອ່າງນ້ຳທ້າຍເຮືອນຈັກ ກໍ່ຄືຢູ່ສາຍນ້ຳໄຮ ແລະ ເພື່ອໃຫ້ພໍ່ແມ່ປະຊາຊົນມີແຫຼ່ງອາຫານທີ່ຍືນຍົງ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະກອບສ່ວນແນວພັນປາທີ່ນໍາມາປ່ອຍຄັ້ງນີ້ຈຳນວນ 15,000 ໂຕ, ສະໜອງແນວພັນປາໃຫ້ແກ່ພາກສ່ວນອື່ນໆ ເພື່ອສົ່ງເສີມກິດຈະກໍາການປ່ອຍປາ ເຊັ່ນເມືອງຄຳເກີດ ຈຳນວນ 5,000 ໂຕ, ບ້ານຄູນແກ້ວ 5,000 ໂຕ ແລະ ເມືອງຫີນບູນ 5,000 ລວມງົບປະມານທັງໝົດສໍາລັບກິດຈະກໍາປ່ອຍປາໃນປີ 2025 ແມ່ນ 43,650,000 ກີບ.

 

ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ໃຫ້ຄວາມສຳຄັນແກ່ວຽກງານປົກປັກຮັກສາຊັບພະຍາກອນທຳມະIMG 3012ຊາດ ແລະ ສິ່ງແວດລ້ອມ ໂດຍປະຕິບັດຕາມທິດທາງຂອງບໍລິສັດຄື: ກ້າວໄປສູ່ການເປັນຕົວແບບໃນພັດທະນາໂຄງການໄຟຟ້ານ້ຳຕົກແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຂອງ ສປປ ລາວ.