ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະປະຈຳປີ 2024 ໃຫ້ແຂວງບໍລິຄໍາໄຊ ລວມມູນຄ່າທັງ   ໝົດຫຼາຍກວ່າ 16 ລ້ານ ໂດລາສະຫະລັດ ແລະ 66 ລ້ານບາດ (ສະກຸນເງິນໄທ), ໃນນັ້ນລວມມີອາກອນກຳໄລປະຈຳປີ 2024 ມູນຄ່າ 14.69 ລ້ານໂດລາສະຫະລັດ ແລະ ຄ່າພາກຫຼວງງວດທີໜຶ່ງ ປະຈໍາປີ 2025 ຈໍານວນ 2.26 ລ້ານໂດລາສະຫະລັດ ແລະ 66.48 ລ້ານບາດ.

ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 04 ເມສາ 2025 ຢູ່ທີ່ ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ປອ ສອນທະນູ ທຳມະວົງ, ເຈົ້າແຂວງແຂວງບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.IMG 1022

ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າໃນຖານະເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ, ບໍລິສັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍັງຄົງຢືນຢັນຢ່າງເຕັມທີ່ໃນການປະຕິບັດພັນທະດ້ານພາສີອາກອນຂອງຕົນຕາມສັນຍາສໍາປະທານ, ລະບຽບກົດໝາຍຂອງ ສປປ ລາວ ແລະ ຫຼັກປະຕິບັດສາກົນທີ່ດີທີ່ສຸດ ເຊີ່ງຕະຫຼອດໄລຍະເວລາ 27 ປີ ຜ່ານມາ ບໍລິສັດ ໄດ້ຕັ້ງໜ້າປະຕິບັດພັນທະຂອງຕົນໄດ້ເປັນຢ່າງຖືກຕ້ອງເປັນປະຈໍາ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊຸມຊົນ ແລະ ຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ

 

ໃນພິທີ ທ່ານ ປອ ສອນທະນູ ທຳມະວົງ, ເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງບໍລິຄຳໄຊໃນຄັ້ງນີ້ ຊຶ່ງຈະເປັນປັດໃຈຫຼັກທີ່ຈະເຮັດໃຫ້ແຂວງບໍລິຄຳໄຊບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ.