ໃນຕອນບ່າຍຂອງວັນທີ 17 ທັນວາ 2024, ທີ່ບ້ານນໍ້າສະນາມ, ເມືອງຄູນຄໍາ, ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງປູຢາງອາສະຟານ (Asphalt) ຈາກບ້ານນ້ຳສະນາມ ຫາ ບ້ານນາຂາມ, ເມືອງຄູນຄຳ, ແຂວງຄຳມ່ວນ ໃຫ້ກຽດມອບໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍທ່ານ ແກ້ວບຸນຂວັນ ໄຊຍະວົງສາ ໂດຍມີການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງແຂວງຄຳມ່ວນ ພ້ອມດ້ວຍການນຳ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງຄູນຄຳ, ຄະນະອຳນວຍການບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ອົງການປົກຄອງບ້ານນໍ້າສະນາມ.

  ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ກ່າວວ່າ: “ໂຄງການການກໍ່ສ້າງເສັ້ນທາງປູຢາງດັ່ງກ່າວແມ່ນໄດ້ເລີ່ມແຕ່ຕົ້ນເດືອນເມສາ 2024 ເປັນຕົ້ນມາ ແຕ່ໄດ້ໂຈະການກໍ່ສ້າງໃນຊ່ວງລະດູຝົນຜ່ານມາເນື່ງຈາກວ່າມີຝົນຕົກຫຼາຍເຮັດສະພາບພື້ນທີ່ບໍ່ອຳນວຍຄວາມສະດວກໃນການກໍ່ສ້າງ. ບໍລິສັດຜູ້ຮັບເໝົາໄດ້ກັບມາສືບຕໍ່ການກໍ່ສ້າງໄລຍະທີສອງຊ່ວງກາງເດືອນຕຸລາ, ແລະ ໄດ້ສຳເລັດ ຮ້ອຍເປີເຊັນໃນຕົ້ນເດືອນທັນວາ 2024 ໂດຍຜ່ານການຕິດຕາມກວດກາ ແລະ ຢັ້ງຢືນຈາກຄະນະກໍາມະການຮັບຜິດຊອບກໍ່ສ້າງເສັ້ນທາງດັາກ່າວ. ການກໍ່ສ້າງເສັ້ນທາງນີ່ມີຄວາມຍາວທັງໝົດ 1,940 ແມັດ, ເປັນເສັ້ນທາງປູຢາງ ອາສະຟານສອງຊັ້ນ, ໜ້າທາງກວ້າງ 6 ແມັດ, ມີຈຸດວາງທໍ່ລະບາຍນ້ຳລອດທາງ 1 ຈຸດ, ມີຈຸດເທເບ່ຕົ່ງຍາວ 100 ແມັດ, ມູນຄ່າການກໍ່ສ້າງທັງໝົດ 3,070,956,970 ກີບ (ສາມຕື້ ເຈັດສິບລ້ານ ເກົ້າແສນ ຫ້າສິບຫົກພັນ ເກົ້າຮ້ອຍເຈັດສິບກີບ) ຊຶ່ງເປັນງົບປະມານຊ່ວຍເຫຼືອລ້າຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.WhatsApp Image 2024 11 20 at 084600

  ທ່ານ ແກ້ວບຸນຂວັນ ໄຊຍະວົງສາ, ເຈົ້າເມືອງ ເມືອງຄູນຄໍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງຜູ້ບໍລິຫານຂອງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ຈັດສັນສະໜອງງົບປະມານກໍ່ສ້າງປັບປຸງເສັ້ນທາງປູຢາງດັ່ງກ່າວ ຊຶ່ງເປັນຄວາມຫວັງຂອງພາກລັດ ແລະ ພໍ່ແມ່ປະຊາຊົນມາແຕ່ດົນນານ. ຕະຫຼອດຫຼາຍປີຜ່ານມາ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ເປັນຄູ່ຮ່ວມພັດທະນາທີ່ໃກ້ຊິດຕິດແທດກັບເມືອງຄູນຄຳເປັນຢ່າງດີ, ຍາມໃດກໍ່ໃຫ້ຄວາມຊ່ວຍເຫຼືອເມືອງຄູນຄຳບໍ່ວ່າຈະເປັນການປັບປຸງຊີວິດການເປັນຜູ່ຂອງພໍ່ແມ່ປະຊາຊົນຊາວເມືອງຄູນຄຳ, ວຽກງານສຶກສາ-ສາທາ, ການພັດທະນາພື້ນຖານໂຄງລ່າງ, ການຊ່ວຍເຫຼືອໃນການຮັບມື ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ອື່ນໆ. ຊຶ່ງທັງໝົດນີ້ ເປັນການປະກອບສ່ວນອັນຍິ່ງໃຫຍ່ໃຫ້ແກ່ເມືອງຄູນຄຳຂອງພວກເຮົາ ແລະ ໄດ້ເຮັດໃຫ້ເສດຖະກິດຂອງເມືອງຄູນຄຳມີການພັດທະນາຂຶ້ນໄປເທື່ອລະກ້າວ.

ຕອນທ້າຍພິທີ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງ ແຂວງຄຳມ່ວນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ເມືອງຄູນຄຳ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ມີ​ຄວາມເປັນເຈົ້າການໃນການຄຸ້ມ​ຄອງ, ປົກປັກຮັກສາເສັ້ນ​ທາງແຫ່ງນີ້ ໂດຍ​ສະ​ເພາະ​ແມ່ນ​ພະ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ແຂວງ, ຫ້ອງການ ຍທຂ ເມືອງ ໃຫ້​ມີ​ການ​ຕິດ​ຕາມ, ກວດ​ກາ ແລະ ບຳ​ລຸງ​ຮັກ​ສາ​ເປັນ​ປົກ​ກະ​ຕິຮັກສາເສັ້ນທາງດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດແກ່ຊຸມຊົນ ແລະ ເພື່ອໃຫ້ນຳໃຊ້ໄດ້ຍາວນານ. ອົງການປົກຄອງບ້ານຕ້ອງເອົາໃຈໃສ່ສຶກສາອົບຮົມ ແລະ ເຜີຍແຜ່ຄວາມສ່ຽງທີ່ຈະເກີດອຸປະຕິເຫດຈາກການນຳໃຊ້ເສັ້ນທາງ ໃຫ້ແກ່ປະຊາຊົນ ແລະ ລູກຫຼານພາຍໃນບ້ານໄດ້ຮັບຮູ້, ເຂົ້າໃຈ ແລະ ຂັບຂີ່ດ້ວຍຄວາມຮັບຜິດຊອບສູງ.