ໄຟຟ້ານໍ້າຕົກ ແມ່ນສະໜອງພະລັງງານທົດແທນທີ່ສະອາດ ທີ່ເຮັດຜູ້ຄວບຄຸມຕາຂ່າຍໄຟຟ້າ ສາມາດປັບປຸງປະສິດທິພາບເຄືອຂ່າຍຂອງພວກເຂົາຢ່າງຕໍ່ເນື່ອງ. ການຂະຫຍາຍຕົວຂອງ THPC ໄດ້ກຳນົດສະຖານທີ່ເກັບຮັກສາຊັບພະຍາກອນທໍາມະຊາດ (ເຊັ່ນ: ນ້ຳຝົນ) ທີ່ພ້ອມໃຊ້ສໍາລັບເຄິ່ງປີ, ແລະ ຫຼັງຈາກນັ້ນການນໍາໃຊ້ນ້ຳນີ້ເພື່ອສ້າງພະລັງງານໄຟຟ້າໃນໄລຍະລະດູແລ້ງ, ເຊີ່ງປົກະຕິ ສປປລາວແມ່ນອີງໃສ່ການນໍາເຂົ້າໄຟຟ້າລາຄາແພງ ທີ່ມາຈາກເຊື້ອໄຟທີ່ເປັນມົນລະພິດ.

ໂຮງໄຟຟ້ານໍ້າຕົກທີ່ມີອ່າງເກັບນ້ຳ ສະໜອງໃຫ້ຜູ້ຈັດການຕາຂ່າຍໄຟຟ້າພະລັງງານມີການປະຕິບັດງານທີ່ຢືດຢຸ່ນຫຼາຍກວ່າ ແຫຼ່ງພະລັງງານອື່ນໆ. ນັບຕັ້ງແຕ່ໂຮງໄຟຟ້າສາມາດຕອບສະໜອງຕໍ່ກັບການປ່ຽນແປງໃນຄວາມຕ້ອງການສໍາລັບການໄຟຟ້າ, ໂຮງງານໄຟຟ້ານ້ຳຕົກ ສາມາດຊ່ວຍໃຫ້ປະຢັດນ້ຳມັນ ແລະ ໄຟຟ້າ ໃນທົ່ວຕາຂ່າຍທັງໝົດ. ໂຮງງານໄຟຟ້ານ້ຳຕົກມີອາຍຸການໃຊ້ງານທີ່ດົນກວ່າບັນດາໂຮງງານໄຟຟ້າພະລັງງານຄວາມຮ້ອນ, ມີອັດຕາສ່ວນທີ່ສູງກວ່າການຜັນແປທີ່ມີອິດທິພົນຕໍ່ພະລັງງານໄຟຟ້າ, ແລະ ຜະລິດໂດຍບໍ່ສານເຄມີ ຫຼື ບໍ່ມີມົນລະພິດສິ່ງເສດເຫຼືອຈາກຄວາມຮ້ອນ. ການຕິດຕັ້ງໄຟຟ້ານໍ້າຕົກ ເຊັ່ນ: ເທີນ-ຫີນບູນຍັງ ມີຄວາມໝັ້ນຄົງຫຼາຍກ່ວາພະລັງງານທົດແທນທີ່ຈະພົບເຫັນໂດຍທົ່ວໄປ.

ເຊັ່ນດຽວກັນກັບບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່, ການຕິດຕັ້ງໄຟຟ້ານໍ້າຕົກມີສ່ວນພົວ ພັນດ້ານການຄ້າ ສັງຄົມ - ສິ່ງແວດລ້ອມ. ເຂດພື້ນທີ່ຂະໜາດໃຫຍ່ຂອງເນື້ອທີ່ດິນທີ່ຕ້ອງການ ແລະ ແຫຼ່ງນ້ຳທີ່ໄດ້ຫັນທິດ, ໝາຍຄວາມວ່າ: ການປ່ຽນແປງທີ່ວ່ອງໄວໃນພື້ນທີ່ໂຄງການ ແລະ ລຸ່ມເຮືອນຈັກທັນທີ. THPC ແມ່ນອຸທິດຕົນເພື່ອຫຼຸດຜ່ອນຜົນສະທ້ອນຈາກການປ່ຽນແປງເຫຼົ່ານີ້ ແລະ ລົງທຶນຫຼາຍໃນບັນດາໂຄງການສັງຄົມ ແລະ ສິ່ງແວດລ້ອມ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ເພື່ອປ້ອງກັນຊີວະນາໆພັນ.