fisheries 1

Fishing remains a traditional livelihood in the project area, practiced by both professional fishers and occasional gatherers.

fisheries 2

Everyday traders drive to the fish landing built at the NG Reservoir to buy the morning catch from the people of Keosenkham resettlement village.

ປາແມ່ນ້ຳຖືເປັນພາກສ່ວນໜຶ່ງທີ່ສໍາຄັນເປັນອາຫານສໍາລັບປະຊາຊົນທີ່ຢູ່ໃນພື້ນທີ່ໂຄງການດັ່ງກ່າວ, ແຕ່ອີກດ້ານໜຶ່ງຂອງປະເທດລາວ, ການຈັບປາ ຕາມແຄມນ້ຳເທີນ, ນ້ຳຫີນບູນ, ແລະ ສາຂາແມ່ນ້ຳແມ່ນໄດ້ຫຼຸດລົງ. ການດໍາເນີນງານຂອງໂຄງການເທີນ-ຫີນບູນທໍາອິດ ແມ່ນໄດ້ມີສ່ວນເຮັດໃຫ້ປະຊາກອນປາຕາມແມ່ນ້ຳເຂດລຸ່ມເຮືອນຈັກຫຼຸດລົງ ໂດຍເຮັດໃຫ້ມີການປ່ຽນແປງລະດັບນ້ຳຢູ່ເຂດລຽບແຄມນ້ຳໄຮ ແລະ ນ້ຳຫີນບູນ. ທີມງານການຄຸ້ມຄອງ ແລະ ຫຼຸດຜ່ອນການປະມົງຂອງ THPC ແມ່ນເຮັດວຽກເພື່ອຊ່ວຍໃຫ້ບໍລິສັດຫຼຸດຜ່ອນ ແລະ ຊົດເຊີຍ ການສູນເສຍຕໍ່ການຈັບປາ ໂດຍຜ່ານການສຶກສາລະບົບນິເວດສັດນ້ຳໃນທ້ອງຖິ່ນ ແລະ ການຄຸ້ມຄອງການປະມົງໃໝ່ ແລະ ທີ່ມີຢູ່ແລ້ວ.

ການສ້າງອ່າງເກັບນ້ຳ ນ້ຳຍວງ ໂດຍສະເພາະແມ່ນເປັນໂອກາດດີທີ່ຈະຊົດເຊີຍການສູນເສຍປາໃນແມ່ນ້ຳຕອນລຸ່ມ. ໃນການເກັບກັກນ້ຳຫຼັງຈາກປີທໍາອິດ, ອ່າງເກັບນ້ຳໄດ້ຊ່ວຍເພີ່ມລາຍໄດ້ຢ່າງໝັ້ນຄົງໃຫ້ແກ່ຄອບຄົວຊາວປະມົງໂດຍອີງໃສ່ອ່າງເກັບນ້ຳ, ມີພໍ່ຄ້າເດີນທາງຈາກເມືອງອ້ອມຂ້າງ ແລະ ບັນດາແຂວງ ເພື່ອຊື້ປາທີ່ຈັບໄດ້. ປະສົບການຕ່າງໆໄດ້ສະແດງໃຫ້ເຫັນວ່າ: ປະຊາກອນປາໃນອ່າງນ້ຳເຂດຮ້ອນ ບາງຄັ້ງກໍຫຼຸດລົງໄດ້ຢ່າງໄວວາ, ສະນັ້ນທີມງານການປະມົງແມ່ນເຮັດວຽກຮ່ວມກັບອໍານາດການປົກເມືອງ ແລະ ສອງບ້ານຄື ບ້ານແກ້ວແສນຄຳ ແລະ ທ່າສາລາ, ເພື່ອການຄຸ້ມຄອງການປະມົງໃນແມ່ນ້ຳຍວງ, ພະຍາຍາມ ແລະ ຮັບປະກັນຄວາມຍືນຍົງຂອງຊັບພະຍາກອນນີ້.

ການຫາປາໃນອ່າງເກັບນ້ຳແມ່ນໄດ້ຖືກຄວບຄຸມໂດຍຊາວບ້ານເອງ, ຫຼັງຈາກທີ່ກົດລະບຽບໄດ້ກຳນົດໂດຍກຸ່ມການປະມົງບ້ານ (VFGs). ທີມງານຂອງ THPC ໄດ້ຊ່ວຍຊາວບ້ານເພື່ອສ້າງກົດລະບຽບເຫຼົ່ານີ້ ແລະ ໄດ້ນໍາສະເໜີພະນັກງານເມືອງເພື່ອຈັດຕັ້ງລະບົບອອກໃບອະນຸຍາດ. ໃບອະນຸຍາດການຫາປາ ແລະ ການຊື້ຂາຍປາ ທີ່ອອກໃຫ້ໂດຍ VFGs ໄດ້ຖືກຮຽກຮ້ອງໃຫ້ເຮັດວຽກຢູ່ບໍລິເວນອ່າງເກັບນ້ຳ ແລະ ອາກອນແມ່ນຈະຖືກຮຽກເກັບສຳລັບການຈັບ ແລະ ຂາຍປາ. ລາຍຮັບຈາກລະບົບນີ້ໄດ້ຖືກນໍາໃຊ້ເພື່ອເປັນທຶນໃນການຄຸ້ມຄອງ ແລະ ລາດຕະເວນ ການປະມົງໃນອ່າງເກັບນ້ຳໂດຍປະຊາຊົນໃນທ້ອງຖິ່ນ.

THPC ຍັງສືບຕໍ່ເຮັດວຽກຮ່ວມກັບ VFGs ໄດ້ສຶກສາໜອງນ້ຳເລິກເພື່ອການສ້າງຕັ້ງເຂດອະນຸລັກປາ ແລະ ໃຫ້ຄຳແນະນຳກ່ຽວກັບລະບຽບການຂອງການຫາປາ. ທີມງານຍັງໄດ້ຕິດຕາມເບີ່ງການປາຈັບ ແລະ ການຄ້າເຊັ່ນດຽວກັນກັບຊີວິດສັດນ້ຳພາຍໃນອ່າງເກັບນ້ຳ ແລະ ລຽບຕາມແມ່ນ້ຳ ຕອນເທີງ ແລະ ລຸ່ມເຮືອນຈັກ ເພື່ອຮັບປະກັວ່າ: ຈະກວດພົບປັນຫາກ່ຽວກັບອັດຕາການຕາຍ ແລະ ພະຍາດໄດ້ແຕ່ຕົ້ນ.

ທີມງານການປະມົງ ຂອງ THPC ໄດ້ຕິດຕາມກວດກາການຈັບປາອ້ອມເຂດໂຄງການ ແລະ ເຮັດວຽກອີງຕາມແຜນການໄລຍະຍາວ ເພື່ອເຮັດໃຫ້ຊັບພະຍາກອນນີ້ມີຄວາມຍືນຍົງ ແລະ ຟື້ນຟູ.