education

school garden Feb 2011 0549 s

THPC ໄດ້ເຫັນການສຶກສາເປັນສິ່ງສໍາຄັນຕໍ່ການພັດທະນາຊຸມຊົນ ແລະ ຢູ່ໃນບ້ານຍົກຍ້າຍ ແລະ ຈັດສັນ, ບໍລິສັດໄດ້ສະໜອງການສະໜັບສະໜູນທີ່ດີ ນອກເໜືອຈາກການກໍ່ສ້າງ ແລະ ການຕົກແຕ່ງໂຮງຮຽນໃໝ່ທີ່ໄດ້ກຳນົດໃນສັນຍາສໍາປະທານ.

ເຊັ່ນດຽວກັນກັບການກໍ່ສ້າງ ແລະ ການປະກອບຕິດຕັ້ງ ໂຮງຮຽນປະຖົມໃໝ່ໃນບ້ານ, ພະແນກສັງ ຄົມ ແລະ ສິ່ງແວດລ້ອມ THPC ໄດ້ເຮັດວຽກຮ່ວມກັບຫ້ອງການສຶກສາເມືອງ ເພື່ອຮັບປະກັນວ່າທຸກໆການບັນທຶກຂອງໂຮງຮຽນໄດ້ຖືກຍ້າຍໄປທັງໝົດ, ຄູອາຈານທີ່ພຽງພໍໄດ້ຖືກກຳນົດໃນໂຮງຮຽນໃຫມ່, ແລະ ການຈັດການພິເສດແມ່ນໄດ້ກຽມພ້ອມສໍາລັບການສອບເສັງຂອງໂຮງຮຽນ ລະຫວ່າງໄລຍະເວລາການຍົກຍ້າຍ.

ບໍລິສັດ ໄດ້ສູ້ຊົນຊ່ວຍເຫຼືອຄູອາຈານ ແລະ ພໍ່ແມ່ ເພື່ອເຮັດໃຫ້ໂຮງຮຽນຂອງພວກເຂົາປະກົດຜົນເປັນຈິງຢ່າງສູງສຸດ. ໃນປີ 2010, ໂຄງການນຳລ່ອງແມ່ນໄດ້ດຳເນີນຢູ່ໂຮງຮຽນທີ່ໄດ້ກໍ່ສ້າງໃນບ້ານ ຍົກຍ້າຍຈັດສັນ ໜອງຊອງ. ໃນການຮ່ວມມືກັບສູນພັດທະນາເດັກນ້ອຍດອຍກອນ ນະຄອນຫລວງວຽງ, ໂຄງການພັດທະນາຫໍສະໝຸດ, ສວນໂຮງຮຽນ ແລະ ກິດຈະກໍາຫຼັງຈາກເລີກໂຮງຮຽນເປັນປົກກະຕິ ເພື່ອປັບປຸງການເຂົ້າຮຽນ ແລະ ການພັດທະນາທັກສະຊີວິດ. ນັກຮຽນໄດ້ປະດັບປະດາ ຫ້ອງສະໝຸດ ແລະ ຫ້ອງນໍ້າຂອງເຂົາເຈົ້າ ແລະ ເຂົາເຈົ້າໄດ້ຖືກຊຸກຍູ້ໃຫ້ເຊື່ອມໂຍງ ດ້ານສຸຂະພາບ ກັບ ການສຶກສາ ແລະ ເພື່ອເຮັດໃຫ້ໄດ້ຂ່າວສານກ່ຽວກັບວິທີການປັບປຸງທັງສອງດ້ານສູ່ຄອບຄົວຂອງພວກເຂົາ.

ການເຮັດວຽກແມ່ນດຳເນີນຢ່າງຕໍ່ເນື່ອງກັບອຳນາດປົກຄອງເມືອງ ເພື່ອເສີມຂະຫຍາຍວິທີການນີ້ໃຫ້ແກ່ບ້ານອື່ນໆ. ນອກຈາກນັ້ນ, ໂຮງຮຽນແມ່ນຊຸກຍູ້ໃຫ້ເປີດຫ້ອງຮຽນສູ່ຊຸມຊົນຂອງເຂົາເຈົ້າໃຫ້ກ້ວາງຂຶ້ນ, ໂດຍຜ່ານຫ້ອງການຮູ້ໜັງສືຂອງຜູ້ໃຫຍ່ບວກກັບວິຊາ 'ທັກສະຊີວິດ' ສໍາລັບຊາວບ້ານ ກ່ຽວກັບວິຊາຕ່າງໆເຊັ່ນ: ການສເງຄວາມຮັບຮູ້ກ່ຽວກັບຄວາມສ່ຽງຂອງການນໍາໃຊ້ຢາເສບຕິດ, ການຄ້າມະນຸດ ແລະ HIV / AIDS.